ຈຳນວນຜູ້ທີ່ຖືກບົ່ງມະຕິຕິດເຊື້ອເປັນພະຍາດໂຄວິດ 19 ໃນທົ່ວໂລກ
ມີທັງໝົດເຖິງ 422.188.754 ກໍລະນີ
ສໍານັກຂ່າວ ຊິນຮ່ວາ ໃຫ້ຮູ້ວ່າ: ອີງຕາມຕົວເລກຂໍ້ມູນຫຼ້າສຸດທີ່ອົງການອະນາໄມໂລກ ຫຼື WHO ເປີດເຜີຍ, ສະແດງໃຫ້ເຫັນວ່າ: ຈຳນວນຜູ້ຖືກບົ່ງ
ມະຕິຕິດເຊື້ອພະຍາດ ໂຄວິດ-19 ໃນທົ່ວໂລກມີທັງໝົດເຖິງ 422.188.754 ກໍລະນີ.
ຕົວເລກຂໍ້ມູນຫຼ້າສຸດທີ່ເປີດເຜີຍຢູ່ເວັບໄຊ WHO ສະແດງໃຫ້ເຫັນວ່າ: ມາຮອດເວລາ 01 ໂມງ 36 ນາທີ ຂອງວັນທີ 22 ກຸມພາ ນີ້ຕາມເວລາວຽງ
ຈັນ, ຈຳນວນຜູ້ຖືກບົ່ງມະຕິຕິດເຊື້ອພະຍາດ ໂຄວິດ-19 ເພີ່ມ ໃໝ່ຕໍ່ມື້ໃນທົ່ວໂລກມີເຖິງ 1.597.571 ກໍລະນີ, ລວມທັງໝົດແມ່ນ 422.188.754
ກໍລະນີ, ມີຜູ້ເສຍຊີວິດເພີ່ມໃໝ່ຕໍ່ມື້ຍ້ອນເປັນພະຍາດດັ່ງກ່າວ 9.197 ຄົນ, ລວມທັງໝົດແມ່ນ 5.876.766 ຄົນ.
ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 24/02/2022