ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດ​ເຊຍ ​ໂຈມ​ຕີ​ກຸ່ມ​ຫົວ​ຮຸນ​ແຮງ​ໃນ​ເຂດ​ຂັດ​ແຍ້​ງຂອງ ຊີ​ຮີ


     ສຳນັກຂ່າວ ຊິນ ລາຍງານໃຫ້ຮູ້ວ່າ: ວັນທີ 20 ກຸມພາ ນີ້, ຍົນສູ້ຮົບ Su-24 ຂອງກອງທັບອາກາດຣັດເຊຍ ໄດ້ໂຈມຕີກຸ່ມຫົວຮຸນແຮງໃນເຂດຂັດແຍ້ງແຂວງ ອີລິບ
ຂອງ ຊີຣີ. ສື່ມວນຊົນ ຣັດເຊຍ ໄດ້ອ້າງຄຳເວົ້າຂອງສູນກາງລາຍງານວ່າ: ພວກຫົວຮຸນແຮງໄດ້ດໍາເນີນການໂຈມຕີຂະໜາດໃຫຍ່ຫຼາຍຕໍ່ກອງກຳລັງລັດຖະບານ ຊີຣີ ຕາມ
ເສັ້ນທາງຈາກ ກຸຍມີນາ ໄປ ນາຢີຣາ ໃນພາກພື້ນ ອີລິບ. ຖະແຫຼງການກ່າວວ່າ: ການກະທຳຂອງພວກຫົວຮຸນແຮງແມ່ນໄດ້ຮັບການສະໜັບສະໜູນຈາກກຳລັງທະຫານ
ຂອງ ຕວກກີ ແລະ ພວກຫົວຮຸນແຮງກໍໄດ້ທຳລາຍເສັ້ນທາງປ້ອງກັນຍຸດທະສາດຂອງ ຊີຣີ.

     ເພື່ອປ້ອງກັນບໍ່ໃຫ້ກຸ່ມຫົວຮຸນແຮງເຂົ້າໄປໃນເຂດແດນຂອງ ຊີຣີ, ຣັດເຊຍ ໄດ້ຕອບສະໜອງຕໍ່ຄຳຮຽກຮ້ອງຂອງ ຊີຣີ ທີ່ຈະສົ່ງຍົນ​ສູ້​ຮົບ Su-24 ໂຈມ ຕີພວກຫົວຮຸນ
ແຮງ. ຍ້ອນໄດ້ຮັບການສະໜັບສະໜູນຈາກຝ່າຍ ຣັດເຊຍ, ກອງທັບຊີຣີ ໄດ້ປະສົບຜົນສຳເລັດອີກກ້າວໜຶ່ງໃນການໂຈມຕີໂດຍພວກຫົວຮຸນແຮງ, ພວກເຂົາໄດ້ທຳລາຍ
ລົດຕັງ 1 ຄັນ, ລົດສູ້ຮົບ 6 ຄັນ ແລະ ລົດກະບະ 5 ຄັນທີ່ບັນທຸກອາວຸດຂະໜາດໃຫຍ່.

     ແຂວງ ອີລິບ ຂອງ ຊີຣີ ມີຊາຍແດນຕິດກັບປະເທດ ຕວກກີ ແລະ ເປັນສະຖານທີ່ໃຫຍ່ສຸດ ທີ່ຄວບຄຸມໂດຍກຸ່ມປະກອບອາວຸດ ແລະ ກຸ່ມຫົວຮຸນແຮງຝ່າຍຄ້ານໃນ ຊີຣີ.
ກອງກໍາລັງລັດ ຖະບານ ຊີຣີ ຫວັງວ່າຈະຍຶດເອົາພື້ນທີ່ນີ້ຄືນ.

     ໃນເດືອນ ກັນຍາ 2018, ປະທານາທິບໍດີຣັດເຊຍ ແລະ ປະທານາທິບໍດີຕວກກີ ໄດ້ພົບປະກັນຢູ່ ໂຊຊິ ປະເທດ ຍີ່ປຸ່ນ, ສອງຝ່າຍໄດ້ຕັດສິນໃຈສ້າງຕັ້ງເຂດຢຸດຍິງຢູ່
ແຂວງ ອີລິບ. ອີງຕາມຂໍ້ຕົກລົງດັ່ງກ່າວ ຕວກກີ ໄດ້ສ້າງຕັ້ງ 12 ຈຸດສັງເກດການໃນ ອີລິບ, ເພື່ອຕິດຕາມການຢຸດຍິງ ຫວ່າງມໍ່ໆນີ້ ກອງທັບລັດຖະບານຊີຣີ ແລະ ກອງທັບ
ຕວກກີ ໄດ້ເກີດການປະທະກັນຢູ່ເຂດດັ່ງກ່າວ, ເຊິ່ງທັງສອງຝ່າຍໄດ້ຮັບຄວາມເດືອດຮ້ອນອີກຄັ້ງ.