ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທາງ​ການ ສປ ຈີນ ວາງ​ມາດ​ຕະການ​ກຳຈັດ​ການ​ລະບາດ​ຂອງເຊື້ອ​ພະຍາດ
​( ໂຄ​ໂຣນາ ) ​ໄວ​ຣັດ​ສາຍ​ພັນ​ໃໝ່


     ສໍານັກຂ່າວ AFP ລາຍງານ ເມື່ອວັນທີ 23 ມັງກອນ ນີ້ວ່າ: ເຊື້ອພະຍາດ ໂຄໂຣນາ ໄວຣັດສາຍພັນໃໝ່ຍັງຄົງແຜ່ລະບາດອອກໄປໃນຫຼາຍພື້ນທີ່ທັງໃນຈີນ ແລະ ຕ່າງ
ປະເທດ. ຂະນະນີ້ໄດ້ ມີຜູ້ເສຍຊີວິດເພີ່ມຂຶ້ນເປັນ 9 ຄົນແລ້ວ.

     ສະຖານະການແຜ່ລະບາດຂອງເຊື້ອ​ໄວຣັດ ໂຄໂຣນາ ເຊິ່ງເປັນສາເຫດຂອງໂລກປອດອັກເສບຍັງຂະຫຍາຍເປັນວົງກວ້າງອອກໄປຢ່າງຕໍ່ເນື່ອງ. ຫຼ້າສຸດ ທາງການ ຈີນ ຢືນ
ຢັນວ່າມີຜູ້ເສຍຊີວິດແລ້ວ 9 ຄົນ ຂະນະທີ່ຈໍານວນຜູ້ຕິດເຊື້ອພະຍາດໄດ້ເພີ່ມຂຶ້ນເປັນ 440 ຄົນ, ເຊິ່ງກວດພົບຢູ່ໃນ 13 ມົນທົນແຕ່ສ່ວນຫຼາຍແມ່ນຢູ່ເມືອງ ອູ່ຮັນ ມົນທົນ
ຫູເປີຍ ທາງພາກກາງຂອງ ຈີນ. ຂະນະນີ້ທາງການໄດ້ອອກມາເຕືອນວ່າເຊື້ອພະຍາດດັ່ງກ່າວຈະມີການກາຍພັນ ເຊິ່ງຈະເຮັດໃຫ້ການແຜ່ລະ ບາດຮຸນແຮງຂຶ້ນຫຼັງຈາກກ່ອນ
ໜ້ານີ້ເຄີຍລະບຸວ່າ: ມີຫຼັກຖານບົ່ງຊີ້ວ່າເຊື້ອພະຍາດນີ້ສາມາດຕິດຕໍ່ຈາກຄົນສູ່ຄົນໄດ້, ໃນເວລານີ້ ທາງການ ຈີນ ໄດ້ເພີ່ມມາດຕະການເຂັ້ມງວດໃນການປ້ອງກັນການແຜ່
ລະບາດ. ຫຼ້າສຸດ ມີຄໍາເຕືອນໃຫ້ປະຊາຊົນໃນເມືອງ ອູ່ຮັນ ງົດເດີນທາງອອກນອກພື້ນທີ່ພ້ອມກັບສັ່ງຫ້າມນໍາສັດທີ່ມີຊີວິດລວມທັງສັດປີກເຂົ້າມາໃນເມືອງ ອູ່ຮັນ.

     ໃນຂະນະດຽວກັນຫຼາຍປະເທດກໍ່ກໍາລັງຕື່ນຕົວປ້ອງກັນການແຜ່ລະບາດຢ່າງເຕັມທີ່, ໂດຍທີ່ສະຫະລັດ ເຊິ່ງພົບຜູ້ຕິດເຊື້ອລາຍທໍາອິດຫຼັງຈາກເດີນທາງກັບມາຈາກເມືອງ
ອູ່ຮັນ ຫຼ້າສຸດສູນປ້ອງກັນ ແລະ ຄວບຄຸມພະຍາດປະກາດຈະກວດຜູ້ໂດຍສານທີ່ມາຈາກເມືອງ ອູ່ຮັນ ເພີ່ມອີກ 2 ສະໜາມບິນໄດ້ແກ່ສະໜາມບິນ ໂອແຮ ແລະ ສະໜາມ
ບິນ ແອດແລນຕາ, ຫຼັງຈາກກ່ອນໜ້ານີ້ມີການກວດທີ່ສະໜາມບິນ 3 ແຫ່ງ ແລະ ແຕ່ນີ້ຕໍ່ໄປຊາວ ຈີນ ທັງໝົດທີ່ເດີນທາງມາຍັງ ສະຫະລັດອາເມຣິກາ ຈະຕ້ອງມາລົງທີ່ສະ
ໜາມບິນພາຍໃນ 5 ແຫ່ງເທົ່ານັ້ນ.