ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ​ສະຫະລັດ ມີ​ຄວາມ​ຫວັງ​ວ່າ​
ຈະ​ສາມາດ​ເຈລະຈາສັນຕິພາບ​ກັບ ​ຕາ​ລີບັນ ອີກ​ຄັ້ງ


     ສໍານັກຂ່າວ ຊິນຮວ່າ ລາຍງານເມື່ອວັນທີ 21 ຕຸລາ 2019. ໂດຍອ້າງຈາກແຫຼ່ງຂ່າວຂອງສະຫະລັດວ່າ: ທ່ານ ໄມ ເອວເປີ ລັດຖະມົນຕີກະຊວງປ້ອງກັນປະເທດສະຫະ
ລັດ ເຊິ່ງຢູ່ໃນລະຫວ່າງການຢ້ຽມຢາມ ອາຟການິດສະຖານ ເປັນຄັ້ງທຳອິດນັບຕັ້ງແຕ່ຮັບຕຳແໜ່ງທ່ານໄດ້ເຂົ້າພົບກັບປະທານາທິບໍດີ ແອຣາການີ ຂອງ ອາຟການິດສະຖານ
ແລະ ໄດ້ສະແດງຄວາມຫວັງວ່າຈະສາມາດຮື້ຟື້ນການເຈລະຈາສັນຕິພາບກັບກຸ່ມ ຕາລີບັນ ໄດ້ຄັ້ງໃໝ່.

     ກ່ອນການເຂົ້າພົບດັ່ງກ່າວ, ລັດຖະມົນຕີກະຊວງປ້ອງກັນປະເທດສະຫະລັດໄດ້ໃຫ້ສໍາພາດຕໍ່ສື່ ແລະ ທ່ານຫວັງວ່າການຢ້ຽມຢາມ ອາຟການິດສະຖານ ຂອງທ່ານໃນ
ຄັ້ງນີ້ຈະສາມາດຊ່ວຍບັນລຸຂໍ້ຕົກລົງໄດ້ໃນລະດັບໜຶ່ງ ແລະ ຍັງລະບຸວ່າ: ສະຫະລັດຫຼຸດຈຳນວນທະຫານທີ່ປະຈໍາການໃນ ອາຟການິດສະຖານ 14.000 ຄົນ ໃຫ້ເຫຼືອພຽງ
8.600 ຄົນ ຫຼັງຈາກທີ່ ກຸ່ມ ຕາລີບັນ ໄດ້ ຮຽກຮ້ອງໃຫ້ສະຫະລັດຖອນກໍາລັງອອກຈາກ ອາຟການິດສະຖານ.

     ກ່ອນໜ້ານີ້ເມື່ອເດືອນ ກັນຍາ ທີ່ຜ່ານມາ, ສະຫະລັດເຄີຍປະກາດວ່າ: ສາມາດບັນລຸຮ່າງຂໍ້ຕົກລົງສັນຕິພາບກັບກຸ່ມ ຕາລີບັນ ໄດ້ແລ້ວແຕ່ຕໍ່ມາປະທານາທິບໍດີ ໂດນັລ
ທຣໍາ ຜູ້ນໍາສະຫະລັດໄດ້ປະກາດລະງັບການເຈລະຈາກັບກຸ່ມ ຕາລີບັນ, ຫຼັງຈາກກຸ່ມ ຕາລີບັນ ກໍ່ເຫດໂຈມຕີຈົນເຮັດໃຫ້ທະຫານສະຫະລັດເສຍຊີວິດ.

     ແຫຼ່ງຂ່າວຍັງໃຫ້ຮູ້ອີກວ່າ: ທ່ານລັດຖະມົນຕີກະຊວງປ້ອງກັນປະເທດຂອງສະຫະລັດກ່າວເມື່ອວັນທີ 19 ຕຸລາ ທີ່ຜ່ານມາວ່າ: ທະຫານອາເມຣິກາ ປະມານ 1.000 ຄົນ
ທີ່ຖອນອອກຈາກພາກຕາເວັນອອກສ່ຽງເໜືອຂອງ ຊີຣີ ຈະຖືກສົ່ງໄປທາງພາກຕາເວັນຕົກຂອງ ອີຣັກ, ເພື່ອປະຕິບັດພາລະກິດຕໍ່ຕ້ານກັບກຸ່ມຫົວຮຸນແຮງ ອີ​ແອັດຊ໌ ( IS ),
ເຊິ່ງການເຄື່ອນຍ້າຍອາດໃຊ້ເວລາຫຼາຍອາທິດ. ປັດຈຸບັນສະຫະລັດມີທະຫານທີ່ປະຈຳການຢູ່ ອີຣັກ ປະມານ 5.000 ຄົນ, ເຊິ່ງເຮັດໜ້າທີ່ຕົ້ນຕໍຄືຊ່ວຍເຝິກອົບຮົມ ແລະ ເປັນ
ທີ່ປຶກສາດ້ານການທະຫານໃຫ້ແກ່ກອງທັບ ອີຣັກ.