ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ​ສົ່ງ​ເຈົ້າໜ້າທີ່​ທະຫານ 163 ຄົນ ​ໄປ​ປະຈຳການ​ຢູ່​ທີ່​ປະ​ເທດ ຊູ​ດັງ​ໃຕ​້


     ສຳນັກຂ່າວ ຊິນຮວ່າ ລາຍງານໃນວັນທີ 19 ກັນຍາ 2019 ນີ້ວ່າ: ກະຊວງປ້ອງກັນປະເທດ ຈີນ ເປີດເຜີຍວ່າໃນວັນ ອັງຄານ ທີ່ຜ່ານມາ. ກອງທັບໄດ້ສົ່ງເຈົ້າໜ້າທີ່ທະ
ຫານຈຳນວນ 163 ຄົນ ໄປປະຕິບັດໜ້າທີ່ໃໝ່ປະຈຳການຢູ່ທີ່ປະເທດ ຊູດັງໃຕ້. ໂດຍທັງໝົດນີ້ ຈະເຂົ້າຢູ່ພາຍໃຕ້ກອງກຳລັງຮັກສາສັນຕິພາບຂອງອົງການ ສປຊ.

     ຕາມຂໍ້ມູນໃນເບື້ອງຕົ້ນຍັງໃຫ້ຮູ້ອີກວ່າ: 130 ຄົນ ເປັນຜູ້ຊ່ຽວຊານດ້ານການອອກແບບ ແລະ ການສ້ອມແປງ, ອີກ 33 ຄົນ ນັ້ນເປັນຜູ້ຊ່ຽວຊານດ້ານການແພດ, ເຊິ່ງ
ໃນປີທີ່ຜ່ານມາຈີນໄດ້ສົ່ງເຈົ້າໜ້າທີ່ທະຫານຜູ້ຊ່ຽວຊານໃນດ້ານຕ່າງໆໄປປະຈຳການໃນທີ່ນັ້ນປະມານ 331 ຄົນ ແລະ ຜົນໄດ້ຮັບຖືວ່າດີເກີນຄາດ, ສະນັ້ນປີນີ້ຈຶ່ງໄດ້ສົ່ງ
ຈຳນວນບຸກຄະລາກອນໄປປະສານສົມທົບກັບຊຸດ ກ່ອນ ແລະ ບາງທີ່ອາດຈະມີການຖອນປະຈໍາການບາງຈຳນວນ.

     ໜ້າທີ່ຫຼັກຂອງກອງກຳລັງເຫຼົ່ານີ້ແມ່ນຈະເຂົ້າໄປມີສ່ວນຮ່ວມກັບກອງກຳລັງ ຊູດັງໃຕ້ ໃນການສ້ອມແປງອຸປະກອນທາງການທະຫານ, ຖະໜົນ, ສະໜາມບິນ, ສະຖານ
ທີ່ເຝິກແອບ ແລະ ໃຫ້ຄຳແນະນຳປິ່ນປົວພະຍາດຕ່າງໆໃຫ້ແກ່ປະຊາຊົນທີ່ຢູ່ຫ່າງໄກສອກຫຼີກ.