ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດ​ເຊຍ​ຖະ​ແຫຼງການ​ຢຸດ​ປະກອບ​ພັນທະ​ດ້ານ​ການ​ເງິນ​ໃຫ້​ແກ່​ອົງການ​ສານ​ຂອງ ສປຊ


ພາບກອງປະຊຸມສະພາຄວາມໝັ້ນຄົງຂອງສປຊທີ່ NewYork, 20/6/2019

     ຕາມການລາຍງານຈາກຜູ້ສື່ຂ່າວຂອງ ຫວຽດນາມ (TTXVN) ທີ່ສະຫະປະຊາຊາດໃຫ້ຮູ້ວ່າ: ກອງປະຊຸມສະພາຄວາມໝັ້ນຄົງຂອງສະຫະປະຊາຊາດ ເມື່ອວັນທີ
17/7/2019 ຜ່ານມານີ້, ຜູ້ຮອງຕາງໜ້າຄະນະຣັດເຊຍ ປະຈໍາສະຫະປະຊາຊາດ, ທ່ານ ເກນາດີກູສມິນ ໄດ້ຖະແຫຼງການ ວ່າ: ”ຣັດເຊຍຈະຢຸດປະກອບພັນທະການເງິນ
ໃຫ້ແກ່ຂະແໜງການຕັດສິນຄະດີຂອງສານໂລກ (IRM CT) ເພາະເຫັນວ່າຜ່ານມາບໍ່ມີຄວາມຍຸດຕິທໍາ” ຈົນກວ່າວ່າອົງການນີ້ ຈະດໍາເນີນການປັບປຸງ ດ້ານຄວາມ
ຍຸດຕິທໍາ.

     ທ່ານ ກູສມິນ ໃຫ້ຮູ້ວ່າ: ຂໍ້ຕົກລົງຢຸດເສຍພັນທະການເງິນໃຫ້ແກ່ IRMCT, ຊຶ່ງເປັນກອງທຶນທີ່ທາງສະພາຄວາມໝັ້ນຄົງຂອງ ສປຊ ສ້າງຕັ້ງຂຶ້ນເມື່ອປີ 2010 ເພື່ອ
ແນໃສ່ການຕັດສິນບັນຫາທີ່ຍັງຄົງຄ້າງຂອງອົງການສານ ສປຊ ຕໍ່ບັນຫາອະດີດຢູໂກສະລາວີ, ເນື່ອງຈາກວ່າສານນີ້ປະຕິເສດການສືບສວນບັ້ນໂຈມຕີທາງອາກາດຂອງ
NATO ໃສ່ເປົ້າໝາຍພົນລະເຮືອນ.

     ຕາມການເກັບກໍາຂອງລັດຖະບານແຊກບີໃຫ້ຮູ້ວ່າ: ມີປະມານ 2.500 ຄົນທີ່ເປັນປະຊາຊົນທໍາມະດາເສຍຊີວິດຈາກເຫດການໂຈມຕີດັ່ງກ່າວ. ທ່ານກູສມິນ ກ່າວວ່າ:
”ພວກຂ້າພະເຈົ້າລໍຖ້າດ້ວຍຄວາມຫວັງວ່າສະພາຄວາມໝັ້ນຄົງ ແລະ ອົງການທີ່ກ່ຽວຂ້ອງ ຂອງ ສປຊ ຈະມີການປັບປຸງ ແກ້ໄຂ”.

     ນອກຈາກນີ້, ທ່ານຍັງໄດ້ຍົກຕົວຢ່າງສານໂລກຕໍ່ບັນຫາອະດີດ ຢູໂກສະລາວີ ໄດ້ຕັດສິນຈໍາຄຸກ ສອງອະດີດການນໍາຊາວ ແຊກບີ ຕະຫຼອດຊີວິດໃນ ບອ໋ດສະເນຍ ຄື
ທ່ານ ຣາໂດວານກາຣາຊິກ ແລະ ທ່ານ ຣາດໂກມາລາດິກ ໂດຍສານລົງຄະດີວ່າເປັນຕົ້ນເຫດທີ່ພາໃຫ້ ເກີດສົງຄາມໂກໂຊໂວ.