ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ ກຽມສະຫຼອງວັນ​ສ້າງ​ຕັ້ງ​ກອງທັບ​ເຮືອ ຄົບຮອບ 70 ປີ


     ສໍານັກຂ່າວຊິນຮວ່າລາຍງານເມື່ອວັນທີ 22 ເມສາ 2019 ວ່າ: ກອງທັບປົດປ່ອຍປະຊາຊົນຈີນ ຫລື PLA ກຽມຈັດພິທີສວນສະໜາມເຮືອຮົບນານາຊາດໃນວັນທີ 23
ເມສາທີ່ຈະມາເຖິງນີ້, ໃນນ່ານນໍ້າທະເລເຫລືອງນອກຊາຍຝັ່ງເມືອງ ຊິງເຕົາ ມົນທົນຊານຕົງທາງພາກຕາເວັນອອກຂອງປະເທດຈີນ. ພິທີສວນສະໜາມເປັນສ່ວນໜຶ່ງຂອງ
ງານສະເຫຼີມສະຫຼອງເນື່ອງໃນໂອກາດວັນສ້າງຕັ້ງກອງທັບເຮືອຈີນຄົບຮອບ 70 ປີ.

     ທ່ານ ຊິວ ຫຍານເຜິງ ຮອງຜູ້ບັນຊາການກອງທັບເຮືອຈີນ ເປີດເຜີຍໃນລະຫວ່າງການຖະແຫລງຂ່າວຕໍ່ສື່ມວນຊົນທີ່ເມືອງ ຊິງເຕົາເມື່ອວັນທີ 20 ເມສາທີ່ ຜ່ານມາວ່າ:
ພິທີສວນສະໜາມທາງເຮືອຄັ້ງນີ້ທໍາອິດຈະເປັນການແລ່ນຂອງຂະບວນເຮືອຮົບ ຂອງປະເທດຈີນ ແລະ ເຮືອຊາດອື່ນໆ. ລວມໄປເຖິງການບິນຂອງອາກາດສະຍານຂອງກອງ
ທັບ, ງານສະເຫລີມສະຫລອງຄົບຮອບໃນປີນີ້ຈະມີເຮືອຮົບເກືອບ 20 ລໍາຈາກກອງທັບເຮືອກວ່າ 10 ປະເທດເຂົ້າຮ່ວມເຊັ່ນ: ຣັດເຊຍ, ໄທ, ຫວຽດນາມ ແລະ ອິນເດຍ.

     ເຮືອທີ່ເຂົ້າຮ່ວມການສວນສະໜາມໃນທະເລຄັ້ງນີ້ຈະມີທັງເຮືອສູ້​ຮົບ, ເຮືອຟຣິເກດ ( Frigate warship ) ແລະ ເຮືອຍົກພົນຂຶ້ນບົກ. ໂດຍໃນສ່ວນຂອງກອງທັບເຮືອ
ຈີນເຈົ້າພາບຈະສົ່ງ ເຮືອຮົບເຂົ້າຮ່ວມ 32 ລໍາ ລວມໄປເຖິງເຮືອບັນທຸກເຮືອບິນຫລຽວໝິງ, ເຮືອດໍານໍ້າພະລັງງານນິວເຄຼຍຮຸ່ນໃຫມ່, ເຮືອພິຄາດຮຸ່ນໃຫມ່ ແລະ ເຮືອບິນຮົບ
ໃນສັງກັດກອງ ທັບເຮືອ 39 ລໍາ.