ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະບານ​ ຮົງ​ດູຣັດ ປະກາດ​ໃຫ້​ກຸ່ມ ​ເຮັສ​ໂບ​ເລາະ ​ເປັນ​ອົງການ​ກໍ່ການ​ຮ້າຍ


     ອີງຕາມແຫຼ່ງຂ່າວຕ່າງປະເທດແຈ້ງໃຫ້ຮູ້ໂດຍອ້າງຄໍາເວົ້າຂອງ ທ່ານ ຫຼຸຍ ຊົວໂຊ, ຮອງລັດຖະມົນຕີກະຊວງປ້ອງກັນຄວາມສະຫງົບ ຮົງດູຣັດ ໃນວັນທີ 20 ມັງກອນ ນີ້
ວ່າ: ລັດຖະບານຮົງດູຣັດ ໄດ້ປະກາດໃຫ້ກຸ່ມ ເຮັສໂບເລາະ ເປັນອົງການກໍ່ການຮ້າຍຢ່າງເປັນທາງການ ແລະ ຈະບັນທຶກກຸ່ມດັ່ງກ່າວເຂົ້າໃນບັນຊີກຸ່ມຄົນ ແລະ ສະຖາບັນ ອົງ
ການກໍ່ການຮ້າຍ.

     ລາຍງານໄດ້ໃຫ້ຮູ້ອີກວ່າ: ເມື່ອອາທິດທີ່ຜ່ານມາ ທ່ານ ອາເລຈານ ໂດຣ ແຈມແມດເຕ, ປະທານາທິບໍດີຄົນໃໝ່ຂອງກົວເຕມາລາກໍໄດ້ມີທ່າທີອອກມາວ່າຕົນຈະຍົກໃຫ້
ກຸ່ມ ເຮັສໂບເລາະເປັນກຸ່ມກໍ່ການຮ້າຍເຊັ່ນກັນ, ທັງນີ້ ກໍເພື່ອເປັນການຮັກສາຄວາມປອດໄພຂອງສະຖານທູດ ກົວເຕມາລາ ໃນນະຄອນ ເຢຣູຊາແລັມ ຂອງ ອິດສະຣາແອນ.

     ທ່ານ ອິດສະຣາແອນ ກັດສ, ລັດຖະມົນຕີກະຊວງການຕ່າງປະເທດຂອງ ອິດສະຣາແອນ ໄດ້ກ່າວສະແດງຄວາມຊົມເຊີຍຕໍ່ການຕັດສິນໃຈປະກາດໃຫ້ກຸ່ມດັ່ງກ່າວເປັນ
ອົງການກໍ່ການຮ້າຍ ຂອງລັດຖະບານ ຮົງດູຣັດ, ເຊິ່ງເປັນບາດກ້າວສໍາຄັນໃນການຕໍ່ຕ້ານກຸ່ມກໍ່ການຮ້າຍ.

     ປະເທດທີ່ໄດ້ປະກາດໃຫ້ກຸ່ມ ເຮັສໂບເລາະ ເປັນອົງການກໍ່ການຮ້າຍໃນປັດຈຸບັນລວມມີ: ອັງກິດ, ອາກຊັງຕິນ, ການາດາ, ອົສຕຣາລີ, ນິວຊີແລນ, ສະຫະພາບ ເອີຣົບ
ແລະ ອິດສະຣາແອນ.