ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອີຣັກ ຮຽກຮ້ອງ​ໃຫ້​ສະຫະ​ປະຊາ​ຊາດ​ແກ້​ໄຂ​ບັນຫາ​ຊາວ​ອົບ​ພະຍົບຂອງ ຊີ​ຣີ


     ສຳນັກຂ່າວ ຊິນຮວ່າ ລາຍງານໃຫ້ຮູ້ໃນວັນທີ 20 ຕຸລາ ທີ່ຜ່ານມາວ່າ: ນັບຕັ້ງແຕ່ ຕ໋ວກກີ ເລີ່ມປະຕິບັດການທາງທະຫານຢູ່ພາກເໜືອຂອງ ຊີຣີ, ໄດ້ມີຊາວອົບພະຍົບ
ຊີຣີ ຈຳນວນຫຼວງຫຼາຍຫຼັ່ງໄຫຼເຂົ້າໄປໃນອີຣັກ ແລະ ອີຣັກກໍໄດ້ຮຽກຮ້ອງໃຫ້ປະຊາຄົມໂລກຄວນໃຫ້ການຊ່ວຍເຫຼືອແກ່ຊາວອົບພະຍົບເຫຼົ່ານີ້.

     ທ່ານ ອາເມັດ ກ່າວໃນກອງປະຊຸມຖະແຫຼງການສິດທິມະນຸດວ່າ: ນັບຕັ້ງແຕ່ ຕ໋ວກກີ ເລີ່ມ ປະຕິບັດການທາງທະຫານຢູ່ພາກເໜືອຂອງປະເທດ ຊີຣີ, ມີຊາວອົບພະຍົບ
ຊີຣີປະມານ 5.000 ຄົນໄດ້ໜີໄປເຂດອ່າງເກັບນໍ້າຂອງ ອີຣັກ. ທ່ານຄາດວ່າ ໃນຂະນະທີ່ສະຖານະການໃນປະເທດ ຊີຣີຊຸດໂຊມລົງ ກະແສຊາວອົບພະຍົບໃໝ່ຈະຫຼັ່ງໄຫຼເຂົ້າ
ໄປໃນດິນແດນ ອີຣັກ ຍິ່ງເພີ່ມຂຶ້ນ, ສະນັ້ນທ່ານຈຶ່ງຮຽກຮ້ອງໃຫ້ປະຊາຄົມໂລກຄວນໃຫ້ການຊ່ວຍເຫຼືອແກ່ພາກສ່ວນເຫຼົ່ານີ້ ໂດຍສະເພາະແມ່ນສະບຽງອາຫານ, ເຄື່ອງນຸ່ງ
ຮົ່ມ, ທີ່ຢູ່ອາໄສ ແລະ ອື່ນໆ.

     ອີຣັກ ຮຽກຮ້ອງໄປຍັງອົງການສະຫະປະຊາຊາດ ເພື່ອແກ້ໄຂຊາວອົບພະຍົບດັ່ງກ່າວ, ໂດຍ ນັບແຕ່ເກີດການປະທະກັນຢູ່ ຊີຣີ ໃນປີ 2011 ເປັນຕົ້ນມາ. ອີຣັກໄດ້ໃຫ້
ຄວາມຊ່ວຍເຫຼືອແກ່ ຊາວອົບພະຍົບ ຊີຣີ ຫຼາຍກວ່າ 250.000 ຄົນ, ບວກໃສ່ເດືອນນີ້ ກອງທັບ ຕ໋ວກກີ ໄດ້ເຂົ້າໄປໃນເຂດພາກເໜືອຂອງ ຊີຣີ ເຊິ່ງເຮັດໃຫ້ປະຊາຊົນຈຳ
ນວນຫຼວງຫຼາຍໄດ້ໜີອອກຈາກບ້ານເຮືອນຂອງ ພວກເຂົາ, ເຊິ່ງສ່ວນຫຼາຍແມ່ນຊາວ ເຄີດ ດ້ວຍເຫດນີ້ຈຶ່ງຮຽກຮ້ອງມາຍັງພາກສ່ວນທີ່ກ່ຽວຂ້ອງ ແລະ ສະຫະປະຊາຊາດ
ຕ້ອງແກ້ໄຂໂດຍດ່ວນ.