ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫຼາຍຝ່າຍຮຽກຮ້ອງ​ໃຫ້​ປະຊາສາກົນ​ເພີ່ມ​ທະວີ​ການໜູນຊ່ວຍ​ມະນຸດສະທຳ​ໃຫ້ ຊີ​ລີ


ກອງປະຊຸມທາງອອນລາຍປະຈຳເດືອນ ກ່ຽວກັບສະພາບການຊີຣີ

     ສຳນັກຂ່າວ ຟອກສນີວ ລາຍງານໃນວັນທີ 18 ມິຖຸນານີ້ ວ່າ: ທ່ານ ແກ ພິເດນເຊນ ທູດພິເສດ ຂອງທ່ານເລຂາທິການໃຫຍ່ ສະຫະປະຊາຊາດກ່ຽວກັບ ຊີຣີ ໄດ້ສະ
ແດງຄວາມວິຕົກກັງວົນຢ່າງເລິກເຊິ່ງກ່ຽວກັບສະພາບຄວາມຫຍຸ້ງຍາກຂອງປະຊາຊົນ ຊີຣີ ນັບຫຼາຍລ້ານຄົນທີ່ກອງປະຊຸມທາງອອນລາຍປະຈຳເດືອນ ກ່ຽວກັບສະພາບ
ການ ຊີຣີ ຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ.

     ທ່ານ ພີເດນເຊນ ໃຫ້ຮູ້ວ່າ: ສະພາບການຄວາມໝັ້ນຄົງຢູ່ເຂດທາງທິດຕາເວັນຕົກສ່ຽງເໜືອຂອງ ຊີຣີ ສືບຕໍ່ມີສະຖຽນລະພາບພໍສົມຄວນພາຍຫຼັງຂໍ້ຕົກລົງຢຸດຍິງລະ
ຫວ່າງ ຣັດເຊຍ ແລະ ຕວກກີ, ແຕ່ຍັງມີສິ່ງທ້າທາຍໃດໜຶ່ງ.

     ໃນກອງປະຊຸມທາງອອນລາຍ, ຄັ້ງນີ້ໄດ້ຮຽກຮ້ອງໃຫ້ບັນດາ​ແຕ່ລະຝ່າຍຈົ່ງຕອບສະໜອງຄຳຮຽກຮ້ອງຢຸດຍິງຂອງ ທ່ານ ເລຂາທິການໃຫຍ່ ສະຫະປະຊາຊາດ ແລະ
ທູດພິເສດ, ຮັກສາສະພາບການຢູ່ ຊີຣີ ໃຫ້ມີຄວາມໝັ້ນຄົງມີສະຖຽນລະພາບເພື່ອແນໃສ່ສ້າງເງື່ອນໄຂໃຫ້ແກ່ການປຶກສາຫາລື, ຊອກຫາມາດຕະການດ້ານການເມືອງ.