ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄົນ​ຮ້າຍ​ໂຈມ​ຕີ​ດ້ວຍ​ລະ​ເບີດ ​ໃສ່​ລົດ​ເມ​ທ່ອງ​ທ່ຽວ​ໃນ​ປະ​ເທດ ​ອີຢິບ


     ສຳນັກຂ່າວ ຟ໋ອກສ໌ນີວຊ໌ ລາຍງານໃນວັນທີ 20 ພຶດສະພາ 2019 ນີ້ວ່າ: ເກີດເຫດຄົນຮ້າຍທີ່ບໍ່ຮູ້ວ່າເປັນກຸ່ມໃດໄດ້ໂຈມຕີດ້ວຍລະເບີດມືໃສ່ລົດເມຂອງນັກທ່ອງ
ທ່ຽວທີ່ກຳລັງເດີນທາງໄປຢ້ຽມຊົມທາດປີລະມິດ ໃນເຂດ ກິຊາ ເປັນເຫດໃຫ້ມີຜູ້ເສຍຊີວິດຈຳນວນໜຶ່ງ ແລະ ມີຜູ້ບາດເຈັບປະມານ 17 ຄົນ.

     ເຈົ້າໜ້າທີ່ຕຳຫຼວດອີຢິບໄດ້ກ່າວວ່າ: ເຫດການດັ່ງກ່າວເກີດຂຶ້ນໃນຕອນເຊົ້າຂອງວັນທີ 19 ພຶດສະພາ ເຊິ່ງລົດນຳທ່ຽວຂອງເອກະຊົນແຫ່ງໜຶ່ງທີ່ບັນທຸກຜູ້ໂດຍສານ
ກໍຄືນັກທ່ອງທ່ຽວຕ່າງຊາດ. ພ້ອມດ້ວຍຜູ້ແປພາສາ, ເພື່ອຈະເຂົ້າຢ້ຽມຊົມຫໍພິພິຕະພັນປີລະມິດ ໃນເມືອງ ກິຊາ ແຕ່ໃນລະຫວ່າງທາງ, ຄົນຮ້າຍບໍ່ຮູ້ກຸ່ມໄດ້ວາງລະເບີດ
ເຮັດໃຫ້ລົດນຳທ່ຽວເສຍການຄວບຄຸມເຮັດໃຫ້ລົດພິກປີ້ນສົ່ງຜົນໃຫ້ມີຜູ້ເສຍຊີວິດ ແລະ ບາດເຈັບດັ່ງທີ່ກ່າວມາຂ້າງເທິງ.

     ປັດຈຸບັນຍັງບໍ່ມີກຸ່ມໃດອອກມາສະແດງຄວາມຮັບຜິດຊອບເທື່ອ. ແຕ່ຄາດວ່າເປັນສີມືຂອງກຸ່ມຫົວຮຸນແຮງອີ​ແອັດຊ໌ ( IS ), ເພາະກ່ອນໜ້ານີ້ກໍເຄີຍເກີດເຫດການລັກ
ສະນະນີ້ຂຶ້ນ ເຊິ່ງໃນຄັ້ງນັ້ນເປັນລົດນຳທ່ຽວຊາວຫວຽດນາມ ແລະ ຄົນອີຢິບເສຍຊີວິດຈຳນວນ 4 ຄົນ ແລະ ບາດເຈັບຈຳນວນຫຼາຍ. ໃນຄັ້ງນັ້ນກຸ່ມອີ​ແອັດຊ໌ ( IS ) ໄດ້
ອອກມາສະແດງຄວາມຮັບຜິດຊອບ ໂດຍຈຸດເກີດເຫດຫ່າງຈາກສະຖານທີ່ທ່ອງທ່ຽວປະມານ 4 ກິໂລແມັດ.