ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ ​ໂຈ​ໂຄ ວິ​ໂດ​ໂດ ມີ​ຄະ​ແນນ​ນຳໜ້າ​ໃນ
​ການ​ເລືອກ​ຕັ້ງ​ປະທານາທິບໍດີ ອິນ​ໂດ​ເນ​ເຊຍ 2019


     ສຳນັກຂ່າວ ຊິນຮວາ ລາຍງານເມື່ອວັນທີ 19 ເມສາ 2019 ນີ້ວ່າ: ອົງການຢັ່ງຫາງສຽງປະຊາຊົນທີ່ມີອິດທິພົນໃນ ອິນໂດເນເຊຍ 6 ແຫ່ງໄດ້ເປີດເຜີຍຜົນການເລືອກ
ຕັ້ງທົ່ວໄປປີ 2019 ທີ່ຈັດຂຶ້ນໃນມື້ດຽວກັນ. ເຊິ່ງໄດ້ສະແດງໃຫ້ເຫັນວ່າ: ທ່ານ ໂຈໂຄ ວິໂດໂດ ປະທານາທິບໍດີ ອິນໂດເນເຊຍ ພ້ອມດ້ວຍຄູ່ຮ່ວມແຂ່ງຂັນໄດ້ຊະນະທ່ານ
ພຣາໂບໂວ ສຸບີອານໂນ ພ້ອມດ້ວຍຄູ່ຮ່ວມແຂ່ງຂັນ 10% ຄະແນນ.

     ໃນການປ່ອນບັດເລືອກຕັ້ງຄັ້ງນີ້, 40 ອົງການສໍາຫຼວດມີເງື່ອນໄຂພຽງພໍຈະປະຕິບັດການນັບບັດ. ໝາກຜົນໃນເບື້ອງຕົ້ນຊີ້ໃຫ້ເຫັນວ່າ ທ່ານ ໂຈໂຄ ວິໂດໂດ ທີ່ພວມ
ຄອງຕໍາແໜ່ງປະທານາທິບໍດີມີຄະແນນນໍາໜ້າທ່ານ ພຣາໂບໂວ ສຸບີອານໂນ ອະດີດ ນາຍພົນທະຫານ 10-15%. ຜົນດັ່ງກ່າວບໍ່ແມ່ນຜົນຢ່າງເປັນທາງການ, ຄະນະກຳມະ
ການການເລືອກຕັ້ງ ອິນໂດເນເຊຍ ຈະເປີດເຜີຍຜົນຢ່າງເປັນທາງການໃນ ວັນທີ 22 ພຶດສະພາ ທີ່ຈະມາເຖິງນີ້.

     ການເລືອກຕັ້ງທົ່ວໄປຄັ້ງນີ້ເປັນການແຂ່ງຂັນຄັ້ງທີສອງລະຫວ່າງ ທ່ານໂຈໂຄ ແລະ ທ່ານພຣາໂບໂວ, ຜູ້ທີ່ໄດ້ຮັບໄຊຊະນະຈະດຳລົງຕຳແໜ່ງເປັນປະທານາທິບໍດີອິນໂດ
ເນເຊຍ ຊຸດໃໝ່ໃນເດືອນ ຕຸລາ ປີນີ້ຈົນຮອດປີ 2024.