ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດເຊຍ, ອີຣານ, ​ແລະ ອິນ​ເດຍ ຮ່ວມ​ກັນ​ຊ້ອມ​ຮົບ​ໃນ​ມະຫາ​ສະໝຸດ ອິນ​ເດຍ


     ສຳນັກຂ່າວຊີນຮ່ວາ ໃຫ້ຮູ້ໃນ ວັນທີ 19 ກຸມພານີ້ວ່າ: ອີງຕາມການລາຍງານຂອງຂ່າວ ແລະ ໂທລະພາບອີຣານ ໃນ ວັນທີ 17 ກຸມພາ ວ່າ: ກອງ
ທັບເຮືອ ອີຣານ ແລະ ກອງທັບເຮືອ ຣັດເຊຍ ໄດ້ເລີ່ມຕົ້ນການຊ້ອມຮົບ ຮ່ວມທີ່ມີຊື່ວ່າ “ສາຍໄຍຄວາມປອດໄພທາງທະເລ” ໃນມະຫາສະໝຸດ ອິນເດຍ
ທາງເໜືອ.

     ຝ່າຍ ຣັດເຊຍ ໄດ້ສົ່ງກຳປັ່ນນ້ອຍປະກອບດ້ວຍກຳປັ່ນສູ້ຮົບ, ກຳປັ່ນລຳລຽງ ແລະ ເຮລີກົບແຕ ປະກອບອາວຸດ ເຂົ້າຮ່ວມໃນການຊ້ອມຮົບ ດັ່ງກ່າວ.
ລາຍການຊ້ອມຮົບດັ່ງກ່າວ, ສອງຝ່າຍຈະປະຕິບັດການຊ້ອມຕ້ານໂຈນກໍ່ການຮ້າຍ, ການຊອກຫາ-ກູ້ໄພທາງທະເລ ແລະ ອື່ນໆ, ເພື່ອແນໃສ່ເພີ່ມທະວີຄວາມ
ປອດໄພທາງທະເລ ໂດຍລວມຂອງການຄ້າສາກົນທາງທະເລ ໃນພາກພື້ນ.

     ນອກຈາກສອງປະເທດນີ້ແລ້ວ, ທ່ານ ຮັນຊາດິ ຜູ້ບັນຊາການ ກອງທັບເຮືອ ອີຣານ ໄດ້ກ່າວໃນມື້ດຽວກັນວ່າ: ກອງທັບເຮືອ ອິນເດຍ ກໍ່ຈະເຂົ້າຮ່ວມ
ການຊ້ອມຮົບ ເຊັ່ນກັນ, ແຕ່ທ່ານບໍ່ໄດ້ແຈ້ງໃຫ້ຊາບວ່າ ເວລາໃດອິນເດຍຈະເຂົ້າຮ່ວມການສະແດງ.