ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫວຽດນາມ ສາມາດ​ຜະລິດ ​ແລະ ​ເລີ່​ມທົດ​ລອງ​ວັກ​ຊີ​ນຕ້ານໂຄວິດ-19


     ໜັງສືພິມອອນລາຍ ກອງທັບປະຊາຊົນ ຫວຽດນາມ ໄດ້ລາຍງານໃຫ້ຮູ້ວ່າ: ໃນວັນທີ 17 ທັນວາ ນີ້, ສະຖາບັນຄົ້ນຄວ້າການຢາທະຫານທີ່ຂຶ້ນກັບ
ສະຖາບັນການແພດກອງທັບ ໄດ້ດຳເນີນການທົດລອງສັກຢາວັກຊີນນາໂນໂກເວັກ ເຊິ່ງເປັນວັກຊີນຕ້ານໂຄວິດ-19 ທີ່ຄົ້ນຄວ້າ ແລະ ຜະລິດໂດຍບໍລິສັດ
ຫຸ້ນສ່ວນເຕັກໂນໂລຊີການຢາວິທະຍານາໂນເຈນ, ເຊິ່ງໄດ້ເລີ່ມນຳມາສັກທົດລອງໃຫ້ອາສາສະໝັກ 3 ຄົນ ຊາຍ 2 ຄົນ, ຍິງ 1 ຄົນ, ເທື່ອທຳອິດເພື່ອຕິດ
ຕາມການຕອບຮັບຂອງຢາໃນຮ່າງກາຍມະນຸດ.

     ການສັກທົດລອງວັກຊີນນາໂນໂກເວັກ ຄັ້ງນີ້, ນັກຄົ້ນຄວ້າ ຫວຽດນາມ ໄດ້ວາງຄາດໝາຍ ຮັບປະກັນຄວາມປອດໄພສູງທີ່ສຸດ, ເຊິ່ງພາຍຫຼັງທີ່ສັກ
ແລ້ວອາສາສະໝັກທັງສາມຈະໄດ້ຮັບການດູແລຕິດຕາມຈາກຄະນະແພດ ແລະ ພະນັກງານແພດໝໍຢູ່ສະຖາບັນການແພດກອງທັບເປັນຢ່າງດີພາຍໃນ 72
ຊົ່ວໂມງ, ຈາກນັ້ນ ໃຫ້ເມືອເຮືອນຂອງຕົນດຳລົງຊີວິດປົກກະຕິແຕ່ຕ້ອງຢູ່ພາຍໃຕ້ການຕິດຕາມຂອງໜ່ວຍງານແພດຢ່າງເຄັ່ງຂັດ.

     ທ່ານ ພົນຕີ ສາສະດາຈານ ດຣ ໂດ໋ ກວຽດ ຜູ້ອຳນວຍການວິທະຍາຄານການແພດກອງທັບ ກ່າວວ່າ: ວິທະຍາຄານ ແລະ ບໍລິສັດ ນາໂນເຈນ ໄດ້ກະ
ກຽມການສັກທົດລອງວັກຊີນຄັ້ງນີ້ກ່ອນ ແລ້ວຢ່າງຮອບຄອບ, ວິທະຍາຄານການແພດກອງທັບ ໄດ້ທຳການເຝິກທົດລອງຂັ້ນຕອນການສັກທົດລອງ ແລະ
ການກອບກູ້ກໍລະນີບໍ່ເພິ່ງປາດຖະໜາເກີດຂຶ້ນຕ່າງໆ, ມາຮອດໄລຍະນີ້ໄດ້ມີອາສາສະໝັກສີດທົດລອງປະມານ 300 ກວ່າຄົນແລ້ວ, ແຕ່ລະຄົນທີ່ສັກຢາທົດ
ລອງຈະໄດ້ສີດ 2 ຄັ້ງ, ໄລຍະຫ່າງແຕ່ເຂັມທີ 1 ຫາເຂັມທີ 2 ແມ່ນ 28 ມື້ ແລະ ຕິດຕາມອາການ 56 ມື້ ແລະ ສືບຕໍ່ຕິດຕາມໄລຍະ 6 ເດືອນ ນັບແຕ່ສີດ
ເຂັມທຳອິດ, ຕາມໂຄງການສີດທົດລອງຂອງວັກຊີນ Nano Covak ຂອງ ຫວຽດນາມ ມີ 3 ໄລຍະ, ໄລຍະທີ 1 ເລີ່ມແຕ່ເດືອນ ທັນວາ 2020 ຈົນເຖິງ
ເດືອນ ກຸມພາ 2021 ຢູ່ທີ່ຮ່າໂນ້ຍ, ໄລຍະທີ 2 ເລີ່ມແຕ່ເດືອນກຸມພາ 2021 ຈົນເຖິງເດືອນ ສິງຫາ 2021, ເຊິ່ງຕ້ອງການອາສາສະໝັກຈຳນວນ 400-
600 ຄົນ ມີເກນອາຍຸແຕ່ 12-75 ປີ ແລະ ໄລຍະທີ 3 ແຕ່ເດືອນສິງຫາ 2021 ເຖິງ ເດືອນ ກຸມພາ 2022 ໂດຍມີອາສາສະໝັກແຕ່ 1.500-3.000 ຄົນ.