ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ກຳລັງ​ນິວ​ເຄຼຍຍຸດ​ທະ​ສາດ​ຂອງ ຣັດ​ເຊຍ ​ເຝີ​ກຊ້ອມ​ຂະໜາດ​ໃຫຍ່


     ສຳນັກຂ່າວ ທາດສ໌ ລາຍງານໃນວັນທີ 18 ຕຸລາ 2019 ນີ້ວ່າ: ກະຊວງປ້ອງກັນປະເທດ ຣັດເຊຍ ແຈ້ງໃຫ້ຮູ້ວ່າ: ໃນອາທິດນີ້ ກອງກຳລັງຍຸດທະສາດດ້ານ​ນິວ​ເຄຼຍ
ຂອງ ຣັດເຊຍ ໄດ້ດຳເນີນການເຝິກຊ້ອມຂະໜາດໃຫຍ່ແກ່ຍາວເປັນເວລາ 3 ວັນ ເລີ່ມແຕ່ວັນທີ 15-18 ຕຸລາ ນີ້. ໂດຍມີທະຫານເຂົ້າຮ່ວມ 12.000 ຄົນ, ຖານຍິງລູກ
ສອນ ໄຟ 213 ຖ້ານ, ເຮືອບິນ 105 ລໍາ, ກຳປັ່ນສູ້ຮົບລອຍເທິງໜ້ານ້ຳ 15 ລໍາ ແລະ ກໍາປັ່ນດຳນ້ຳ 5 ລໍາ. ການເຝິກຊ້ອມນີ້ ຈະສຸມໃສ່ການທົດລອງຍິງລູກສອນໄຟ.

     ພົນຈັດຕະວາ ແຢບເກນີ ອີລີ ອິນ ຫົວໜ້າ ກົມການຮ່ວມມືສາກົນທີ່ຂຶ້ນກັບກະຊວງປ້ອງກັນປະເທດຣັດເຊຍ ກ່າວຕໍ່ກອງປະຊຸມຖະແຫຼງຂ່າວວ່າ: ລູກສອນໄຟນຳວິ
ຖີຂ້າມທະວີບ 2 ໜ່ວຍ ຈະໄດ້ຖືກຍິງໄປໃສ່ເປົ້າທົດລອງຢູ່ທີ່ສະໜາມທົດລອງ ກູຣາ ເທິງແຫຼມ ກາມຈັດກາ. ນອກຈາກນັ້ນ ຍົນຖິ້ມລະເບີດຍຸດທະສາດກໍຈະຍິງລູກສອນ
ໄຟເຄື່ອນທີ່ໃສ່ເປົ້າໝາຍການທົດລອງຢູ່ໃນສະໜາມຍິງບາງແຫ່ງ.