ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອົງການ​ຊ່ວຍ​ເຫຼືອ ອາ​ຟກາ​ນິດ​ສະຖານ ຂອງ ສປຊ
ກ່າວ​ປະນາມ​ການ​ໂຈມຕີກໍ່ການຮ້າຍ​ຢູ່​ນະຄອນຫຼວງ ກາ​ບູນ


ເຫດການ​ໂຈມ​ຕີ​ວາງ​ລະ​ເບີດ​ສະລະຊີບ​ຢູ່​ພາກ​ຕາ​ເວັນ​ຕົກ​ຂອງ​ນະຄອນຫຼວງ ກາ​ບູນ 17/08/2019

     ສຳນັກຂ່າວ ຊິນຮວ່າ ໄດ້ລາຍງານໃຫ້ຮູ້ວ່າ: ອົງການຊ່ວຍເຫຼືອ ອາຟການິສະຖານ ຂອງສະຫະປະຊາຊາດ ໄດ້ອອກຖະແຫຼງການໃນວັນທີ 18 ສິງຫາ 2019, ເພື່ອກ່າວ
ປະນາມການວາງລະເບີດສະຫຼະຊີບຢູ່ ທິດຕາເວັນຕົກຂອງນະຄອນຫຼວງ ກາບູນ, ໃນຕອນແລງຂອງ ວັນທີ 17 ສິງຫາ ​2019 ທີ່ຜ່ານມາ.

     ໃນຖະແຫຼງການຂອງຜູ້ຕາງໜ້າພິເສດຂອງ ສະຫະປະຊາຊາດ ແລະ ຫົວໜ້າ ຄະນະຊ່ວຍເຫຼືອສະຫະປະຊາຊາດປະຈຳ ອາຟການິດສະຖານ, ທ່ານ ຢາມາໂມໂຕ, ໄດ້ກ່າວ
ປະນາມການໂຈມຕີໂດຍເຈດຕະນາປອງ​ຮ້າຍຕໍ່ພົນລະເຮືອນ ແລະ ກ່າວເນັ້ນເຖິງຄວາມຈຳເປັນທີ່ຈະຕ້ອງໄດ້ເສີມຂະຫຍາຍມາດຕະການຄວາມປອດໄພທີ່ມີຢູ່, ເພື່ອນຳມາ
ຈັດຕັ້ງ ແລະ ດຳເນີນການຕໍ່ຜູ້ທີ່ກໍ່ເຫດດັ່ງກ່າວເພື່ອຄວາມຍຸຕິທຳ.

     ທ່ານຍັງກ່າວຕື່ມອີກວ່າ: ສະຫະປະຊາຊາດຈະສາມັກຄີກັບປະຊາຊົນອາຟການິດສະຖານ ແລະ ສືບຕໍ່ເຮັດວຽກ ເພື່ອຂະບວນການສັນຕິພາບໃນ ອາຟການິດສະຖານ.
ການໂຈມຕີດ້ວຍລະເບີດສະ ຫຼະຊີບຢູ່ທີ່ຫໍຈັດງານລ້ຽງແຫ່ງໜຶ່ງໃນອາຄານຕາເວັນຕົກຂອງນະຄອນຫຼວງ ກາບູນ ຄັ້ງນີ້, ເຮັດໃຫ້ມີຜູ້ເສຍຊີວິດ 63 ຄົນ ແລະ ບາດເຈັບ
180 ກວ່າຄົນ. ອົງການຫົວຮຸນແຮງ “ລັດອິສະລາມ” ໄດ້ອອກມາຍອມຮັບວ່າຕົນເປັນຜູ້ກໍ່ເຫດການໂຈມຕີຄັ້ງນີ້.