ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມີຜູ້ເສຍຊີວິດແລ້ວຢ່າງໜ້ອຍ 50 ຄົນ ຈາກ​ເຫດ​ນ້ຳ​ຖ້ວມ​ຢູ່ ​ລັດອັດ​ສຳ ຂອງ ອິນ​ເດຍ


     ຕາມການລາຍງານຂອງ ບີບີຊີ ໃນວັນທີ 16 ກໍລະກົດ 2020 ວ່າ: ຝົນທີ່ຕົກລົງມາຢ່າງໜັກຕະ ຫຼອດຫຼາຍວັນທີ່ຜ່ານມາເຮັດໃຫ້ເກີດນ້ຳຖ້ວມນັບພັນກຸ່ມບ້ານໃນ
ລັດອັດສໍາ ທາງຕາເວັນອອກຂອງ ອິນເດຍ, ເຈົ້າໜ້າທີ່ກູ້ໄພຕ້ອງໄດ້ໃຊ້ເຮືອເກືອບ 100 ລຳ ໄປຊ່ວຍເຫຼືອຜູ້ປະສົບໄພໃນພື້ນທີ່ຕ່າງໆຂອງລັດ. ມີລາຍງານວ່າພົບຜູ້ເສຍ
ຊີວິດແລ້ວຢ່າງໜ້ອຍ 50 ສົບ, ສ່ວນທາງການ ລັດອັດສໍາ ໄດ້ຈັດຕັ້ງສູນບັນເທົາທຸກຊົ່ວຄາວ 480 ແຫ່ງ ເຊິ່ງສາມາດບັນຈຸຄົນໄດ້ຫຼາຍກວ່າ 6 ໝື່ນຄົນ ເພື່ອຮອງຮັບ
ຊາວບ້ານທີ່ອົບພະຍົບ ໜີນ້ຳຖ້ວມໃນຄັ້ງນີ້.

     ນໍ້າຖ້ວມບໍ່ພຽງກະທົບທີ່ຢູ່ອາໄສຂອງປະຊາຊົນທີ່ຢູ່ໃນລັດນີ້ເທົ່ານັ້ນ, ແຕ່ຍັງສົ່ງຜົນກະທົບຕໍ່ສວນອຸທິຍານແຫ່ງຊາດ ຄາຊີຣັງກາ ທີ່ເປັນມໍລະດົກໂລກ ອັນເປັນທີ່ຢູ່ອາ
ໄສຂອງສັດນາໆຊະນິດ. ທັງນີ້, ເຈົ້າໜ້າທີ່ພົບສັດປ່າຈົມນ້ຳຕາຍຈໍານວນຫຼາຍ ແລະ ໄດ້ເຄື່ອນຍ້າຍສັດໄປສະຖານທີ່ປອດໄພຫຼາຍຮ້ອຍໂຕ. ແຕ່ກໍຍັງມີຈໍາພວກ ເສືອ ແລະ
ແຮດ ຈຳນວນໜຶ່ງຖືກນໍ້າຊຸໄຫຼໄປ ແລະ ອີກຈໍານວນໜຶ່ງສາມາດໜີອອກຈາກສວນສັດໄດ້ແລ້ວໜີເຂົ້າໄປບ່ອນຢູ່ອາໄສ ຂອງປະຊາຊົນເຮັດໃຫ້ເຈົ້າໜ້າທີ່ຕ້ອງຍິງປືນຢາສະ
ຫຼົບໃສ່ເພື່ອ ເຄື່ອນຍ້າຍສັດຈໍານວນດັ່ງກ່າວ ໄປສະຖານທີ່ໃໝ່ທີ່ມີຄວາມປອດໄພ.

     ລັດອັດສໍາ ໄດ້ປະເຊີນກັບມໍລະສຸມພາຍຸຝົນຕົກໜັກຮຸນແຮງເປັນປະຈຳທຸກປີ ເຮັດໃຫ້ເກີດນ້ຳຖ້ວມ ແລະ ດິນເຈື່ອນຕາມມາອັນໄດ້ ເຮັດໃຫ້ປະຊາຊົນສູນເສຍຊີວິດ
ຊັບສິນ ແລະ ທີ່ຢູ່ອາໃສຢ່າງຫຼວງຫຼາຍ.