ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຖານ​ທັບ​ແຫ່ງໜຶ່ງຢູ່​ໃກ້​ນະຄອນຫຼວງ ​ແບກ​ແດດ ຂອງ ອີຣັກ ຖືກ​ຈົມ​ຕີ​ດ້ວຍ​ຈະຫຼວດ

     ສໍານັກຂ່າວ ອານຈາຊີຣາ ລາຍງານໃນວັນທີ 18 ມິຖຸນາ 2019 ຜ່ານມານີ້, ໂດຍອ້າງຂໍ້ມູນຈາກເຈົ້າ ໜ້າທີ່ທະຫານອີຣັກເປີດເຜີຍວ່າ: ຖານທັບແຫ່ງຫນຶ່ງຢູ່ທາງທິດ
ເຫນືອນະຄອນຫຼວງ ແບກແດດ ຂອງ ອີຣັກ ໄດ້ຖືກໂຈມຕີດ້ວຍຈະຫຼວດ 3 ລູກ, ເຊິ່ງມີນາຍ ແລະ ພົນທະຫານ ອາເມຣິກາ ທີ່ຮັບຜິດຊອບການເຝິກຊ້ອມໃຫ້ທະຫານ ອີ
ຣັກ ປະຈໍາການຢູ່.

     ດ້ານຫ້ອງການບັນຊາການປະສົມ ອີຣັກ ອອກຖະແຫຼງການວ່າ: ຈະຫຼວດ “Katyusha” 3 ລູກ ໄດ້ໂຈມຕີຖານທັບ ທະຈີ ທາຈີ ທີ່ຢູ່ຫ່າງຈາກນະຄອນຫຼວງ ແບກແດດ
ປະມານ 20 ກິໂລແມັດ ໃນຕອນຄໍ່າວັນທີ 17 ມິຖຸນາ ທີ່ ຜ່ານມາ. ຕາມຂ່າວແຈ້ງວ່າ ການໂຈມຕີຄັ້ງນີ້ບໍ່ມີຜູ້ເສຍຊີວິດ ແລະ ບາດເຈັບ. ປັດຈຸບັນຍັງບໍ່ມີອົງການຫຼືບຸກຄົນ
ໃດອອກມາສະແດງຄວາມຮັບຜິດຊອບຕໍ່ການໂຈມຕີດັ່ງ ກ່າວ.