ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມີ 25 ຄົນ​ເສຍ​ຊີວິດ​ຈາກ​ເຫດ​ການນ້ຳ​ຖ້ວນ​ກະທັນຫັນ​ໃນ​ປະ​ເທດ ມາລີ


     ສຳນັກຂ່າວອານຈາຊີຣາລາຍງານໃນວັນ 20 ພຶດສະພາ 2019 ນີ້ວ່າ: ກະຊວງພາຍໃນຂອງປະເທດ ມາລີ ໄດ້ອອກຖະແຫຼງການດ່ວນກ່ຽວກັບສະຖານະການນ້ຳຖ້ວມ
ກະທັນຫັນໃນບາງພື້ນທີ່ ເນື່ອງຈາກມີຝົນຕົກໜັກ. ພ້ອມທັງມີລົມພັດແຮງເຊິ່ງສ້າງຄວາມເສຍຫາຍຢ່າງໜັກ ແລະ ໃນຂະນະນີ້ມີຜູ້ເສຍຊີວິດແລ້ວປະມານ 25 ຄົນ, ອີກຈຳ
ນວນໜຶ່ງແມ່ນຍັງສູນຫາຍ ແລະ ບາດເຈັບຈຳນວນຫຼາຍ.

     ໃນໄລຍະນີ້ເປັນລະດູຝົນເຊິ່ງມີຝົນຕົກໜັກຕໍ່​ເນື່ອງ 4-5 ຊົ່ວໂມງ ແລະ ນັບຕັ້ງແຕ່ວັນພະຫັດຈົນມາຮອດວັນທິດ, ຈາກຝົນທີ່ຕົກປົກກະຕິໄດ້ຫັນພາວະເປັນພາຍຸພັດ
ຢ່າງຮຸນແຮງສ້າງຄວາມເສຍຫາຍໃຫ້ແກ່ຖະໜົນຫົນທາງລະບົບສື່ສານ ແລະ ເຮືອນຊານບ້ານຊ່ອງຈົມຢູ່ໃຕ້ນຳ້ເຮັດໃຫ້ບັນດາໜ່ວຍງານທີ່ຈະເຂົ້າໄປຊ່ວຍເຫຼືອພົບກັບອຸປະ
ສັກນາໆປະການ.

     ຫຼ້າສຸດທາງລັດຖະບານໄດ້ປະກາດ: ແຂວງທີ່ໄດ້ຮັບຜົນກະທົບຫຼາຍກວ່າໝູ່ແມ່ນ ເນຍມາໂກໂຣ ເຊິ່ງມີຜູ້ເສຍຊີວິດແລ້ວ 15 ຄົນ, ສ່ວນອີກ 10 ຄົນແມ່ນຢູ່ໃນແຂວງ
ໂກນັດ, ຮຳດູ. ບ້ານເຮືອນປະມານ 400 ຫຼັງຄາໄດ້ຮັບຜົນກະທົບ, ຜູ້ຄົນຈຳນວນຫຼາຍຕ້ອງອົບພະຍົບໄປຢູ່ສູນພັກຊົ່ວຄາວ.

     ປັດຈຸບັນທາງໜ່ວຍງານທີ່ກ່ຽວຂ້ອງລວມທັງກອງທັບຂອງ ປະ​ເທດ ມາລີ ໄດ້ລະດົມກຳລັງເຂົ້າໄປຊ່ວຍເຫຼືອຢ່າງສຸດຄວາມສາມາດເພື່ອເຂົ້າໄປກອບກູ້ຜູ້ລອດຊີວິດ.
ດ້ານຜູ້ນຳປະເທດ ມາລີ ກໍໄດ້ອອກມາສະແດງຄວາມເສຍໃຈຕໍ່ຄອບຄົວຜູ້ໄດ້ຮັບເຄາະຮ້າຍ. ພ້ອມທັງເນັ້ນໜັກໃຫ້ທຸກພາກສ່ວນຊ່ວຍເຫຼືອກັນ ແລະ ຊ່ວຍກັນສະກັດກັ້ນ
ຕ້ານພວກຄົນບໍ່ດີທີ່ອາດຈະສ້າງສະຖານະການ.