ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຜູ້ນຳກຸ່ມ ຈີ 7ສະຫະພາບເອີຣົບ ແລະ ນາໂຕໄດ້ຈັດກອງປະຊຸມຜ່ານວິດີໂອ
ເພື່ອປຶກສາຫາລືກ່ຽວກັບສະຖານະການ ອູແກຣນ

     ສໍານັກຂ່າວຊິນຮວາ ໃຫ້ຮູ້ວ່າ: ວັນທີ 19 ເມສານີ້, ຜູ້ນຳກຸ່ມ ຈີ 7, ສະຫະພາບເອີຣົບ ແລະ ນາໂຕ ໄດ້ຈັດກອງປະຊຸມຜ່ານວິດີໂອ ເພື່ອປຶກສາຫາລື
ກ່ຽວກັບສະຖານະການ ອູແກຣນ ແລະ ເຊື່ອໝັ້ນວ່າ ຣັດເຊຍ ແລະ ອູແກຣນ ຄວນບັນລຸໄດ້ສັນຍາຢຸດຍິງ ໂດຍໄວເທົ່າທີ່ຈະເປັນໄປໄດ້.

     ຖະແຫຼງການໃຫ້ຮູ້ວ່າ, ບັນດາການນຳທີ່ກອງປະຊຸມ ໄດ້ສະແດງຄວາມວິຕົກກັງວົນຢ່າງເລິກເຊິ່ງ ກ່ຽວກັບສະຖານະການ ອູແກຣນ, ແຕ່ພວກເຂົາເຊື່ອ
ໝັ້ນວ່າ "ຕ້ອງບັນລຸການຢຸດຍິງໂດຍໄວເທົ່າທີ່ຈະໄວໄດ້", ພ້ອມທັງເຫັນດີເຫັນພ້ອມສົມທົບກັນຢ່າງແໜ້ນແຟ້ນໃນການໜູນຊ່ວຍ ອູແກຣນ. ບັນດາຜູ້
ເຂົ້າຮ່ວມກອງປະຊຸມເຊື່ອໝັ້ນ ວ່າຕ້ອງເພີ່ມທະວີຄວາມກົດດັນຕໍ່ ຣັດເຊຍ ດ້ວຍການຮັບຮອງເອົາບັນດາມາດຕະການລົງໂທດ ແລະ ວິທີອື່ນໆ. ນອກນີ້,
ບັນດາການນຳຍັງໄດ້ຢືນຢັນຄືນໃໝ່ຄຳໝັ້ນສັນຍາຮ່ວມຂອງຕົນ ເພື່ອຜັນຂະຫຍາຍແຫຼ່ງພະລັງງານຢ່າງຫຼາກຫຼາຍ ເພື່ອຫຼຸດຜ່ອນການເພິ່ງພາອາໄສດ້ານ
ພະລັງງານຂອງ ຣັດເຊຍ. ພ້ອມກັນນັ້ນຕ້ອງສະໜອງຄວາມໝັ້ນຄົງດ້ານເສດຖະກິດ ແລະ ການຊ່ວຍເຫຼືອດ້ານມະນຸດສະທຳໃຫ້ແກ່ ອູແກຣນ, ລັດຖະບານ
ອາເມຣິກາຈະສືບຕໍ່ສະໜອງບັນດາອາວຸດ ແລະ ເຄື່ອງຊ່ວຍເຫຼືອທາງການທະຫານອື່ນໆ ແລະ ຈະວາງມາດຕະການລົງໂທດ ຣັດເຊຍ ຮອບໃໝ່ໃນມໍ່ໆນີ້.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 21/04/2022