ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສ ເກົາຫຼີ ຍັງ​ປະ​ເຊີນ​ກັບ​ບັນຫາ​ພະຍາດ ​ໂຄ​ວິດ-19 ຢ່ງຕໍ່​ເນື່ອງ


     ສໍານັກຂ່າວຊິນຮວາ ໃຫ້ຮູ້ໃນ ວັນທີ 19 ເມສາ ນີ້ວ່າ: ອີງຕາມການລາຍງານຂອງສໍານັກງານໃຫຍ່ປ້ອງກັນ ແລະ ຄວບຄຸມໂລກລະບາດສູນກາງ ຂອງ
ສ ເກົາຫຼີ ໃນວັນທີ 18 ເມສາ, ກໍລະນີຜູ້ຕິດເຊື້ອໃໝ ່ໃນ ສ ເກົາຫຼີ ໄດ້ເພີ່ມຂຶ້ນໃໝ່ 672 ກໍລະນີ ພາຍໃນ ວັນທີ 17 ເມສາ, ເຮັດໃຫ້ກໍລະນີ ຜູ້ຕິດເຊື້ອ
ທັງໝົດ ໃນປະເທດເພີ່ມ ເປັນ 114.115 ກໍລະນີ.

     ສໍານັກຂ່າວສານ Yonhap ລາຍງານວ່າ: ນີ້ແມ່ນການຢືນຢັນກໍລະນີໃໝ່ໃນ ສ ເກົາຫຼີ ທີ່ເພີ່ມຂຶ້ນຫຼາຍກວ່າ 600 ກໍລະນີເປັນເວລາ 4 ວັນຕິດຕໍ່ກັນ.
ກ່ອນໜ້ານີ້້, ລັດຖະບານ ສ ເກົາຫຼີ ໄດ້ລະບຸວ່າ: ຖ້າການລະບາດຂອງພະຍາດດັ່ງກ່າວຍັງແຜ່ລະບາດຢ່າງຕໍ່ເນື່ອງ, ພວກເຂົາຈະພິຈາລະນາຍົກສູງລະດັບການ
ປ້ອງກັນການລະບາດຂຶ້ນຕື່ມອີກ.

     ເຊິ່ງປັດຈຸບັນ ລະດັບການຕອບໂຕ້ການປ້ອງກັນການລະບາດຂອງ ສ ເກົາຫຼີ ແບ່ງອອກເປັນ 5 ລະດັບຈາກລະດັບຕໍ່າຫາສູງ: ລະດັບ 1,ລະ ດັບ 1,5,
ລະດັບ 2, ລະດັບ 2,5 ແລະ ລະດັບ 3. ໃນຂັ້ນ ລະດັບການຄວບຄຸມນີ້ເຂດຊານເມືອງແມ່ນຢູ່ໃນລະດັບ 2 ແລະ ພື້ນທີ່ສ່ວນໃຫຍ່ໃນປະເທດແມ່ນຢູ່ໃນ
ລະດັບ 1,5. ພະແນກສາທາລະນະສຸກຂອງ ສ ເກົາຫຼີ ໄດ້ເຕືອນກ່ຽວກັບຄວາມສ່ຽງຂອງການຕິດເຊື້ອ ໃນສະຖານທີ່ສາທາລະນະເຊັ່ນ: ຫ້ອງອາຫານ, ຮ້ານ
ບັນເທີງ , ຫໍພັກ ແລະ ໂບດຕ່າງໆ.

     ເຖິງວ່າ ສ ເກົາຫຼີ ໄດ້ເລີ່ມສັກຢາວັກຊີນໃນ ວັນທີ 26 ກຸມ ພາທີ່ຜ່ານມາ, ມາຮອດປະຈຸບັນປະຊາຊົນ 1.512 ລ້ານຄົນ ໄດ້ຮັບການສັກຢາວັກຊີນ
ໄປແລ້ວ, ແຕ່ສະເລ່ຍໃສ່ກັບປະຊາກອນແລ້ວຈໍານວນຜູ້ທີ່ໄດ້ຮັບການສັກຢາປ້ອງກັນຍັງມີໜ້ອຍເກີນໄປ.