ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄົນຮ້າຍຫຼອນໂຈມຕີທາງອາກາດໃສ່ໂຮງງານອຸດສາຫະກຳ​ໃນ​ນະຄອນຫຼວງຂອງ​ ລີ​ບີ


     ສຳນັກຂ່າວ ອານຈາຊີຣາ ລາຍງານໃນວັນທີ 19 ພະຈິກ 2019 ນີ້ວ່າ: ເກີດເຫດຄົນຮ້າຍຫຼອນໂຈມຕີທາງອາກາດ ໃສ່ພື້ນທີ່ຂອງໂຮງງານອຸດສາຫະກຳແຫ່ງໜຶ່ງ ທີ່ຕັ້ງ
ຢູ່ໃນບໍລິເວນຊານເມືອງຂອງນະຄອນຫຼວງຕີໂປລີ ເປັນເຫດໃຫ້ມີຜູ້ເສຍຊີວິດແລ້ວ17 ຄົນ ແລະ ບາດເຈັບຈຳນວນໜຶ່ງ.

     ເຈົ້າໜ້າທີ່ຕຳຫຼວດຂອງ ລີບີ ກ່າວວ່າ: ເຫດການດັ່ງກ່າວນີ້ແມ່ນເກີດຂຶ້ນໃນວັນຈັນ ທີ່ຜ່ານມາ, ໂດຍໄລຍະເວລາທີ່ເກີດເຫດນັ້ນເປັນຊ່ວງທີ່ຜູ້ຄົນກຳລັງເດີນທາງມາ
ການ ແລະ ຄົນຮ້າຍໄດ້ອາໄສຈັງຫວະດັ່ງກ່າວ ໃນການໂຈມຕີດ້ວຍການຍິງຈະຫຼວດ 2 ລູກ ໃສ່ບໍລິເວນທາງເຂົ້າຂອງໂຮງງານ, ໂດຍພົບຜູ້ເສຍຊີວິດ 17 ຄົນ,ໃນນີ້ມີຊາວ
ຕ່າງຊາດຈຳນວນ ໜຶ່ງ ແລະ ບາດເຈັບຈຳນວນຫຼາຍ.

     ປັດຈຸບັນຍັງບໍ່ມີກຸ່ມໃດອອກມາສະແດງຄວາມຮັບຜິດຊອບເທື່ອ, ເຊິ່ງທາງເຈົ້າໜ້າທີ່ຕຳຫຼວດ ຄາດການວ່າ, ບໍ່ວ່າຈະແມ່ນໃຜທີ່ຢູ່ເບື້ອງຫຼັງໃນການໂຈມຕີໃນຄັ້ງນີ້,
ລ້ວນແລ້ວແຕ່ເປັນການສ້າງຄວາມວິຕົກກັງວົນໃຈໃຫ້ແກ່ປະຊາຊົນໃນພຶ້ນທີ່ດັ່ງກ່າວ ແລະ ສ້າງຄວາມເສຍຫາຍໃຫ້ແກ່ປະເທດຊາດ ສະນັ້ນຈຶ່ງຮຽກຮ້ອງໃຫ້ບັນດາກຸ່ມກໍ່
ການຮ້າຍຢຸດການກະທໍາແບບນີ້ ແລ້ວຫັນເຂົ້າສູ່ການເຈລະຈາໂດຍສັນຕິວິທີ.