ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ປະຊາຊົນ ອີຣານ ຢ້ຽມຊົມ​ງານ​ວາງສະ​ແດງ​ອາວຸດ ແລະ ລູກ​ສອນ​ໄຟ​ຢູ່​ນະຄອນຫຼວງ ​ເຕຮາຣານ


     ເນື່ອງຈາກການເກືອດຫ້າມອາວຸດຂອງສະຫະປະຊາຊາດຕໍ່ ອີຣານ ໝົດອາຍຸ, ຄວາມຄິດເຫັນຂອງ ປະຊາຊົນກຳລັງລໍຖ້າການຕອບໂຕ້ຈາກຖະແຫຼ່ງການຮ່ວມເມື່ອເດືອນ
ກໍລະກົດຜ່ານມາ, ສາມປະເທດ ອັງກິດ, ຝຣັ່ງ ແລະ ເຢຍລະມັນ ໄດ້ຢືນຢັນຄຳໝັ້ນສັນຍາຂອງຕົນທີ່ຈະຈັດຕັ້ງປະຕິບັດມະຕິກ່ຽວກັບຂໍ້ຕົກລົງນິວເຄຼຍຢ່າງເຕັມສ່ວນ. ໂດຍ
ກ່າວວ່າ, ການຍົກເລີກການເກືອດຫ້າມຈະມີຜົນກະທົບອັນໃຫຍ່ຫຼວງຕໍ່ຄວາມໝັ້ນຄົງ ແລະ ສະຖຽນລະພາບ, ການແບ່ງເຂດແດນ. ໃນຂະນະດຽວກັນ, ເຈົ້າໜ້າທີ່ປ້ອງກັນ
ປະເທດສະຫະລັດອາເມຣິກາ ກ່າວວ່າ, ເມື່ອສັນຍາດັ່ງກ່າວໝົດອາຍຸ ອີຣານ ຈະພະຍາຍາມຊື້ເຮືອບິນສູ້ຮົບ, ລົດຕັງ ແລະ ອຸປະກອນການທະຫານ ອື່ນໆຈາກ ຣັດເຊຍ ແລະ
ສົ່ງເສີມແຜນການຂາຍອາວຸດໃຫ້ ເວເນຊູເອລາຕາມທີ່ປະທານາທິບໍດີ ເວເນຊູເອລາ ໄດ້ກ່າວກ່ອນໜ້ານີ້ເຖິງຄວາມເປັນໄປໄດ້ໃນການຊື້ລູກສອນໄຟຈາກອີຣານ.

     ເຖິງຢ່າງໃດກໍຕາມບັນດານັກສັງເກດການກ່າວວ່າ, ຍັງມີສິ່ງກີດຂວາງຫຼາຍຢ່າງທີ່ ອີຣານ ຕ້ອງປະເຊີນໜ້າໃນການປະຕິບັດສັນຍາຊື້-ຂາຍອາວຸດ ເນື່ອງຈາກຂໍ້ຈຳກັດຈຳ
ນວນໜຶ່ງ, ລວມທັງການລົງໂທດດ້ານເສດຖະກິດຂອງ ສະຫະລັດ. ຜົນປະໂຫຍດຈາກບັນດາປະເທດທີ່ກ່ຽວຂ້ອງ. ເຖິງແມ່ນວ່າ ຣັດເຊຍ ແລະ ຈີນ, ສອງປະເທດທີ່ຄັດຄ້ານ
ຢ່າງຮຸນແຮງຂອງ ສະຫະລັດ ຕໍ່ ອີຣານ ແລະ ຄວາມສາມາດໃນການຂາຍອາວຸດໃຫ້ ອີຣານ ຍ້ອນຄວາມສຳພັນຂອງພວກເຂົາກັບບັນດາປະເທດເຂດອ່າວເປີເຊຍ. ສະນັ້ນ,
ມົດສະກູ ແລະ ປັກກິ່ງຍັງຄົງຈະມີການເຈລະຈາກ່ຽວກັບອາວຸດກັບ ເຕເຮຣານ ໃນອະນາຄົດອັນໃກ້ນີ້, ແຕ່ວ່າບາດກ້າວທີ່ແນ່ນອນຈະບໍ່ໄດ້ຮັບການປະກາດຢ່າງເປັນທາງ
ການຈົນກວ່າຜົນຂອງການເລືອກຕັ້ງປະທານາທິບໍດີ ສະຫະລັດ ສໍາເລັດ.