ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ທ່ານ​ນາຍົກ​ລັດ​ຖະ​ມົນຕີຫວຽດນາມ ຕ້ອນຮັບ​ຫົວໜ້າ ກົມ​ໃຫຍ່​ເສນາ​ທິການ​ກອງທັບ​ກູ​ບາ


     ຕາມຂ່າວຈາກໜັງສືພິມ ເອເລັກໂຕຣນິກ ຂອງກອງທັບປະຊາຊົນຫວຽດນາມ ສະບັບວັນທີ 17 ກັນຍາ 2019 ນີ້ວ່າ: ທ່ານ ຫງວຽນ ຊວນ ຟຸກ ນາຍົກລັດຖະມົນຕີ
ສສ ຫວຽດນາມ ໄດ້ໃຫ້ການຕ້ອນຮັບ ພົນໂທ ອ. ມີເອຣາ ກຳມະການກົມການເມືອງສູນກາງພັກ, ຫົວໜ້າ ກົມໃຫຍ່ເສນາທິການ, ຮອງລັດຖະມົນຕີຜູ້ທີໜຶ່ງຂອງກອງກໍາ
ລັງປະກອບອາວຸດປະຕິວັດ ກູບາ.

     ຕາງໜ້າໃຫ້ລັດຖະບານ ຫວຽດນາມ,ທ່ານ ຫງວຽນ ຊວນຟຸກ ໄດ້ໃຫ້ການຕ້ອນຮັບຢ່າງອົບອຸ່ນຕໍ່ການມາຢ້ຽມຢາມຂອງ ທ່ານ ພົນໂທ ອ.ມີເອຣາ ພ້ອມຄະນະ ແລະ
ມີຄວາມປິຕິຍິນດີຕໍ່ໝາກຜົນຂອງການເຈລະຈາລະຫວ່າງກະຊວງປ້ອງກັນປະເທດ ກູບາ ແລະ ກະຊວງປ້ອງກັນປະເທດຫວຽດນາມ. ທ່ານ ນາຍົກລັດຖະມົນຕີ ໄດ້ຊີ້ໃຫ້
ເຫັນວ່າສາຍພົວພັນມິດຕະພາບອັນເປັນມູນເຊື້ອລະ ຫວ່າງ ຫວຽດນາມ-ກູບາ ໄດ້ຮັບການສ້າງຂຶ້ນໂດຍປະທານ ໂຮ່ຈີມິງ ແລະ ປະທານ ຟີແດນກາສ ໂຕຣ ແລະ ບັນດາ
ຜູ້ນໍາຫຼາຍຮຸ່ນຂອງພັກ, ລັດ, ກອງທັບ ແລະ ປະຊາຊົນສອງປະເທດໄດ້ອອກແຮງເພີ່ມພູນຄູນສ້າງສາຍພົວພັນລະຫວ່າງສອງປະເທດໝັ້ນຄົງທະນົງແກ່ນ ແລະ ນັບມື້ນັບ
ເລິກເຊິ່ງກວ່າເກົ່າ. ທ່ານ ນາຍົກລັດຖະມົນຕີຢືນຢັນວ່າ: ການເດີນທາງມາຢ້ຽມຢາມ ຫວຽດນາມ ຄັ້ງນີ້ຂອງທ່ານ ຫົວໜ້າ ກົມໃຫ່ຍເສນາທິການກອງທັບ ກູບາ ໄດ້ປະ
ກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການພົວພັນຂອງສອງຝ່າຍໃຫ້ມີບາດກ້າວໃໝ່. ຫວຽດນາມ ໃຫ້ຄວາມສົນໃຈຕິດຕາມສະຖານະການ ແລະ ການສ້າງສາພັດທະ
ນາປະເທດຊາດຂອງ ກູບາ ຕະຫຼອດມາ.

     ສ່ວນ ທ່ານ ພົນໂທ ອ ມີເອຣາ ກໍໄດ້ສະແດງຄວາມປິຕິຊົມຊື່ນທີ່ໄດ້ກັບຄືນມາຢ້ຽມຢາມຫວຽດນາມ ອີກເທື່ອໜຶ່ງ. ທ່ານ ພູມໃຈຕໍ່ການປ່ຽນແປງໃໝ່ ແລະ ຜົນງານ
ທີ່ພົ້ນເດັ່ນຂອງຫວຽດນາມ ໃນຊຸມປີທີ່ຜ່ານມາ, ເຊິ່ງທ່ານເຊື່ອວ່າຜົນງານທີ່ຍາດມາໄດ້ນັ້ນ ແມ່ນຍ້ອນມີການນຳພາອັນສະຫຼາດສ່ອງໃສຂອງພັກກອມມູນິດ ຫວຽດນາມ,
ການບໍລິຫານທີ່ດີຂອງລັດຖະບານ ແລະ ຄວາມດຸໝັ່ນພະຍາຍາມຂອງປະຊາຊົນຫວຽດນາມ. ສະນັ້ນ ກູບາ ຄວນຮໍ່າຮຽນເອົາບົດຮຽນໃນການພັດທະນາເສດຖະກິດ-ສັງ
ຄົມຂອງ ຫວຽດນາມ.

     ຫຼັງຈາກນັ້ນ ທັງສອງຝ່າຍເຫັນດີເປັນເອກະພາບກັນວ່ານັບແຕ່ປີ 2019 ເປັນຕົ້ນໄປທັງສອງປະເທດຈະສືບຕໍ່ເພີ່ມທະວີການພົວພັນຮອບດ້ານໃຫ້ເລິກເຊິ່ງກວ່າເກົ່າ. ໃນ
ທ່າມກາງທີ່ສອງ ປະເທດພວມຕັ້ງໜ້າກຽມສະເຫຼີມສະຫຼອງ 60 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດ, ສອງຝ່າຍໄດ້ເຫັນດີເປັນເອກະພາບຮຽບຮຽງ ແລະ ຜັນຂະ
ຫຍາຍປື້ມຄູ່ມືກ່ຽວກັບ 60 ປີ ແຫ່ງການພົວພັນດ້ານການປ້ອງກັນຊາດຂອງສອງຝ່າຍນັບແຕ່ປີ 1960 ເຖິງ 2020.