ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄົນ​ຮ້າຍ​ຫຼອນ​ໂຈມ​ຕີ ພິທີ​ທາງ​ສາສະໜາ​ໃນ​ປາ​ກິດ​ສະຖານ


     ສຳນັກຂ່າວ ອານຈາຊີຣາ ລາຍງານໃນວັນທີ 19 ສິງຫາ 2019 ນີ້ວ່າ: ເກີດເຫດຄົນຮ້າຍ ຫຼອນໂຈມຕີດ້ວຍລະເບີດໃສ່ພິທີທາງສາສະໜາ ທີ່ຈັດຂຶ້ນຢູ່ພາກໃຕ້ຂອງປະ
ເທດ ປາກິດສະຖານ ເປັນເຫດໃຫ້ມີຜູ້ເສຍຊີວິດແລ້ວ 14 ຄົນ, ແຕ່ຄາດວ່າຕົວເລກຂອງຜູ້ເສຍຊີວິດຈະເພີ່ມຂຶ້ນເນື່ອງຈາກມີຜູ້ບາດເຈັບສາຫັດອີກ 20 ຄົນ.

     ເຈົ້າໜ້າທີ່ຕຳຫຼວດກ່າວຕໍ່ສຳນັກຂ່າວທ້ອງຖິ່ນວ່າ: ເຫດການດັ່ງກ່າວ ເກີດຂຶ້ນໃນຂະນະທີ່ຜູ້ຄົນກຳລັງນັ່ງສວດມົນໃນສະຖານທີ່ປະຕິບັດທຳ, ໃນຂະນະນັ້ນເອງ ມີຊາຍ
ແປກໜ້າຜູ້ໜຶ່ງໄດ້ແຕ່ງຕົວຄືກັບຜູ້ເຂົ້າຮ່ວມງານມຸ້ງໜ້າເຂົ້າໄປໃນໃຈກາງຂອງງານດັ່ງກ່າວ ພ້ອມທັງຈູດລະເບີດທັນທີ ສ້າງຄວາມແຕກຕື່ນທັງພາຍໃນ ແລະ ນອກສະຖານ
ທີ່, ເຊິ່ງຫຼ້າສຸດ ມີຜູ້ເສຍຊີວິດແລ້ວ 14 ຄົນ ແລະ ບາດເຈັບ 20 ກວ່າຄົນ. ເຫດການນີ້ເກີດຂຶ້ນໃນວັນອາທິດທີ່ຜ່ານມາ ເຊິ່ງຈຸດເກີດເຫດແມ່ນເມືອງກັນລັກຫ່າງຈາກເມືອງ
ເກດຕາ ເມືອງ ເອກຂອງ ແຂວງ ບາໂລຈິສະຖານ ປະມານ 25 ກິໂລແມັດ.

     ປະຈຸບັນ ຍັງບໍ່ທັນມີກຸ່ມໃດອອກມາສະແດງຄວາມຮັບຜິດຊອບເທື່ອ. ແຕ່ເຈົ້າໜ້າທີ່ຕໍາຫຼວດສັນນິຖານວ່າອາດຈະເປັນສີມືຂອງກຸ່ມ ຕາລີບັນ ຫຼື ອີ​​ແອັດ​ຊ໌ ( IS ), ເພາະ
ຈຸດທີ່ເກີດເຫດນີ້ ຍັງເປັນພື້ນທີ່ສີແດງ ເຊິ່ງທັງສອງກຸ່ມຕ່າງກໍສະແດງຈຸດຢືນຢາກປົກຄອງເຂດນີ້ ແລະ ໃນໄລຍະທີຜ່ານມາ, ຖ້າເກີດເຫດການໂຈມຕີລັກສະນະນີ້ຂຶ້ນທັງ
ສອງກຸ່ມກໍມັກອອກມາສະແດງຄວາມຮັບຜິດຊອບ.