ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄວາມ​ຂັດ​ແຍ່ງ​ລະຫວ່າງຊົນ​ເຜົ່າ​ກຸ່ມ​ນ້ອຍ​ໃນ​ປະ​ເທດ ມາ​ຣີ ຮຸນ​ແຮງ​ຂຶ້ນ​ເລີຍໆ

     ສໍານັກຂ່າວ ອານຈາຊີຣາ ລາຍງານໃນວັນທີ 19 ມິຖຸນາ 2019 ນີ້ວ່າ: ຄວາມຂັດແຍ້ງທາງດ້ານຊົນເຜົ່າກຸ່ມນ້ອຍພາຍໃນປະເທດ ມາຣີ ຍັງຄົງເກີດຂຶ້ນຢ່າງລຽນ ຕິດ
ແລະ ມີລັກສະນະຮຸນແຮງຂຶ້ເລື້ອຍໆ. ຫຼ້າສຸດໃນວັນອັງຄານທີ່ຜ່ານມາຊົນເຜົ່າ ໂດກຣອນ ທີ່ອາໄສຢູ່ໃນບ້ານ ໂຢໂຣ ໄດ້ປະທະກັບຊົນເຜົ່າ ຟູລານີ ເຊິ່ງອາໄສຢູ່ບ້ານ ແກງກາ
ຟານີ ທັງສອງບ້ານນີ້ຕັ້ງຢູ່ຕິດກັນ, ການປະທະ ກັນໃນຄັ້ງນີ້ເຮັດໃຫ້ມີຜູ້ເສຍຊີວິດແລ້ວ 35 ຄົນ,ໃນນີ້ແມ່ນຄົນຂອງຊົນເຜົ່າ ຟູລານີ 17 ຄົນ.

     ຄວາມຂັດແຍ້ງຂອງທັງສອງຊົນເຜົ່ານີ້ມີມາແຕ່ດົນນານແລ້ວ ແຕ່ວ່າມັນຮຸນແຮງຂຶ້ນໃນຊ່ວງປີ 2012 ເປັນຕົ້ນມາ, ໂດຍສາເຫດສ່ວນໃຫຍ່ແລ້ວມາຈາກການລ່ວງລໍາ
ທີ່ທໍາມາຫາກິນ, ລັກຂ້າສັດລ້ຽງ ແລະ ທໍາລາຍເຄື່ອງປູກຂອງຝັງຂອງກັນ ແລະ ກັນ. ສ່ວນລັດຖະບານມາຣີກໍພະຍາຍາມເຕັມທີ່ ໃນການເຂົ້າໄປຊ່ວຍເຫຼືອກໍຄືການສະກັດ
ກັ້ນຄວາມຂັດແຍ້ງຂອງທັງສອງຝ່າຍແຕ່ກໍບໍ່ໄດ້ຮັບຜົນ.

     ຢ່າງໃດກໍຕາມ ຄວາມຂັດແຍ້ງຂອງຊົນເຜົ່າກຸ່ມນ້ອຍນີ້ຖືວ່າເປັນບັນຫາໃຫຍ່ຂອງປະເທດ ມາຣີ ເພາະມັນຈະສົ່ງຜົນສະທ້ອນເຖິງຄວາມໝັ້ນຄົງ ແລະ ການພັດທະນາ
ເສດຖະກິດຂອງຊາດອີກດ້ວຍ. ນັບແຕ່ເດືອນ ມິຖຸນາ 2018 ມາຮອດປັດຈຸບັນນີ້ ຄວາມຂັດແຍ້ງດັ່ງກ່າວໄດ້ເຮັດໃຫ້ຜູ້ຄົນເສຍ ຊີວິດແລ້ວປະມານ 488 ຄົນ, ບາດເຈັບ
ຈໍານວນຫຼາຍ ແລະ ບ້ານເຮືອນຫຼາຍຫຼັງຖືກຈູດເຜົາ.