ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເຈົ້າໜ້າທີ່​ທະຫານ​ ນີ​ເຊ​ ເສຍ​ຊີວິດ 28 ຄົນ ຈາກ​ການ​ໂຈມ​ຕີ​ຂອງ​ກຸ່ມ ອີ​ແອັດຊ໌ ( IS )


     ສຳນັກຂ່າວອານຈາຊີຣາຂອງປະເທດ ກາຕາ ລາຍງານໃນວັນທີ 17 ພຶດສະພາ 2019 ນີ້ວ່າ: ເກີດເຫດປະທະກັນຢ່າງຮຸນແຮງລະຫວ່າງກອງກຳລັງຝ່າຍລັດຖະບານ
ນີເຊ ກັບ ກຸ່ມຫົວຮຸນແຮງ ອີ​ແອັດຊ໌ ຢູ່ເຂດຊາຍແດນລະຫວ່າງປະເທດ ນີເຊ-ມາລີ, ຈາກການປະທະກັນເປັນເວລາຫຼາຍຊົ່ວໂມງເຮັດໃຫ້ເຈົ້າໜ້າທີ່ທະຫານ ນີເຊ ເສຍຊີວິດ
28 ຄົນ ແລະ ບາດເຈັບຈຳນວນໜຶ່ງ, ສ່ວນຝ່າຍກຸ່ມຄົນຮ້າຍບໍ່ມີລາຍງານກ່ຽວກັບຕົວເລກຂອງຜູ້ເສຍຊີວິດ ແລະ ບາດເຈັບ.

     ເຫດການດັ່ງກ່າວເກີດຂຶ້ນໃນວັນພຸດທີ່ຜ່ານມາ ໃນລະຫວ່າງທີ່ເຈົ້າໜ້າທີ່ທະຫານກຳລັງລາດຕະເວນເປັນປົກກະຕິ. ໂດຍຄົນຮ້າຍໄດ້ໃຊ້ວິທີຫຼອນໂຈມຕີແບບກະທັນ
ຫັນຢູ່ທີ່ຮ່ອມພູແຫ່ງໜຶ່ງໃນບ້ານ ຕົນໂກ ເມືອງ ຕົນໂກ ທາງພາກຕາເວັນຕົກຂອງແຂວງ ຕີລາ ເບີຣີ. ເຊິ່ງເປັນເຂດເຊື່ອມຕໍ່ຊາຍແດນລະຫວ່າງ ນີເຊ-ມາລີ, ຫຼ້າສຸດທາງລັດ
ຖະບານ ນີເຊ ໄດ້ອອກມາຢືນຢັນແລ້ວວ່າມີເຈົ້າໜ້າທີ່ ທະຫານເສຍຊີວິດ 28 ຄົນ ແລະ ສູນຫາຍອີກ 11 ຄົນ ພ້ອມອາວຸດປະຈຳກາຍ, ຄາດວ່າຈະຖືກກຸ່ມ ຄົນຮ້າຍຈັບ
ເປັນຕົວປະກັນ.

     ຕໍ່ມາໃນວັນພະຫັດ ກຸ່ມ ອີ​ແອັດຊ໌ ໄດ້ອອກມາສະແດງຄວາມຮັບຜິດຊອບຕໍ່ກັບເຫດການທີ່ເກີດຂຶ້ນ ແຕ່ບໍ່ໄດ້ໃຫ້ເຫດຜົນ ຫຼື ເວົ້າເຖິງການສູນຫາຍຂອງເຈົ້າໜ້າທີ່ທະ
ຫານນີເຊ 11 ຄົນແຕ່ຢ່າງໃດ.

     ປະຕິບັດການລາດຕະເວນໃນຄັ້ງນີ້ ກອງກຳລັງ ນີເຊ ມີກຳລັງພົນທັງໝົດ 61 ຄົນ, ພາຍຫຼັງທີ່ມີການປະທະກັນ ມີກຳລັງພົນທີ່ເຫຼືອພຽງ 22 ຄົນ, ພົບສົບຜູ້ເສຍຊີວິດ
28 ຄົນ, ສ່ວນ 11 ຄົນຍັງບໍ່ມີຮ່ອງຮອຍ, ສະນັ້ນທາງລັດຖະບານ ນີເຊ ຈຶ່ງໄດ້ປະກາດຍົກລະດັບໃຫ້ພຶ້ນທີ່ດັ່ງກ່າວເປັນເຂດສີແດງ ແລະ ຈະມີການວາງແຜນຕື່ມເພື່ອຮັບ
ມືກັບເຫດການທີ່ຈະເກີດຂຶ້ນ.