ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດເຊຍ ພະຍາຍາມ​ໃຊ້​ທຸກ​ວິທີ​ທາງ ​​ເພື່ອ​ຮັກສາ​ຄວາມໝັ້ນຄົງດ້ານ​ເສດຖະກິດ


ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ

     ສຳນັກຂ່າວຊິນຮ່ວາ ໃຫ້ຮູ້ວ່າ: ຕາມການກ່າວຄໍາປາໃສຂອງ ທ່ານ ວະລາດີເມຍ ປູຕິນ ປະທານາທິບໍດີ ຣັດເຊຍ ໃນວັນ ທີ 18 ເມສາ ນີ້, ໂດຍໃຫ້ຮູ້
ວ່າເສດຖະກິດ ຣັດເຊຍ ພວມຕົກຢູ່ໃນຄວາມກົດດັນທີ່ບໍ່ເຄີຍມີມາກ່ອນ, ຄວາມເສຍຫາຍຕົ້ນຕໍຂອງເສດຖະກິດ ຣັດເຊຍ ໃນອານາຄົດອັນໃກ້ນີ້ແມ່ນ
ມາຈາກການຂວໍ້າບາດຂອງບັນດາປະເທດຕາເວັນຕົກ, ໂດຍພວກເຂົາມີຈຸດປະສົງ ເພື່ອຕັດວົງຈອນທາງດ້ານການເງິນ ແລະ ເສດຖະກິດບໍ່ໃຫ້ເຂົ້າເຖິງແຫຼ່ງ
ທຶນ, ເຮັດໃຫ້ເກີດຄວາມຫຍຸ້ງຍາກໃນຕະຫຼາດ, ການລົ້ມລະລາຍຂອງລະບົບທະນາຄານ ແລະ ການຂາດແຄນສິນຄ້າໄດ້ເລີ່ມເກີດຂຶ້ນ.

     ທ່ານ ປູຕິນ ກ່າວວ່າ: ປັດຈຸ ບັນສະພາບເສດຖະກິດ ຣັດເຊຍ ກັບມາມີສະຖຽນລະພາບຕົ້ນ ເດືອນ ກຸມພາ ປີນີ້, ຄວາມຕ້ອງການການຄ້າສົ່ງ-ຍ່ອຍ
ໄດ້ກັບຄືນສູ່ສະພາບປົກກະຕິ, ອັດຕາເງິນເຟີ້ໄດ້ຄ່ອຍໆມີສະຖຽນລະພາບ. ດ້ວຍສະພາບການດັ່ງກ່າວ, ທ່ານໄດ້ສະເໜີ ໃຫ້ພາກສ່ວນກ່ຽວຂ້ອງເລັ່ງລັດ
ການຫັນປ່ຽນການຄ້າຕ່າງປະເທດຂອງ ຣັດເຊຍ ໄປເປັນເງິນຣູບ ແລະ ເງິນຕາອື່ນໆຕາມປະເທດຄູ່ການຄ້າ, ເພີ່ມທະວີການສະໜັບສະໜູນຄວາມຕ້ອງ
ການພາຍໃນເພື່ອສະກັດກັ້ນຄວາມ ຕ້ອງການພາຍໃນທີ່ເກີນຄວາມຈຳເປັນ, ຕັ້ງໜ້ານຳໃຊ້ງົບປະມານ ເພື່ອຮັກສາຄວາມໝັ້ນຄົງດ້ານເສດຖະກິດ ແລະ
ມີມາດຕະການຮັບປະກັນໄລຍະຍາວ ເພື່ອຮັກສາຄວາມໝັ້ນຄົງຂອງລະບົບການເງິນຂອງລັດຖະບານກາງ ແລະ ພາກພື້ນ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 20/04/2022