ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິນເດຍ​ ໂຈະ​ພິທີ​ອາບ​ນ້ຳ​ຢູ່​ແມ່​ນ້ຳ​ຄົງ​ຄາ ​ເນື່ອງ​ຈາກ​ຕິດໂຄວິດ-19ມື້​ດຽວ 234.629 ຄົນ


     ສໍານັກຂ່າວຣອຍເຕີ ລາຍງານ ໃນວັນທີ 19 ເມສາ 2021 ວ່າ: ປະເທດ ອິນເດຍ ພົບການລະບາດໂຄວິດ-19 ໃນຮອບ 24 ຊົ່ວໂມງ ໂດຍຫຼ້າສຸດ
ຢືນຢັນກວດພົບຜູ້ຕິດເຊື້ອໂຄວິດໃໝ່ 234.629 ຄົນ ເຊິ່ງຖືເປັນສະຖິຕິຕໍ່ມື້ທີ່ສູງສຸດ ນັບຕັ້ງແຕ່ມີການລະບາດເປັນຕົ້ນມາ ແລະ ເຮັດໃຫ້ມີຍອດຜູ້ເສຍ
ຊີວິດຕໍ່ມື້ສູງເຖິງ 1.341 ຄົນ ແລະ ເປັນສະຖິຕິສູງສຸດໃນຕົ້ນປີນີ້. ສ່ວນງານພິທີຕາມຄວາມເຊື່ອຖືທາງ ສາສະໜາ ຮິນດູ ໂດຍການໂຮມ ໂຕກັນອາບນໍ້າ
ຢູ່ແມ່ນໍ້າຄົງຄາ ເພື່ອຊໍາລະລ້າງບາບແມ່ນໃຫ້ໂຈະການຮ່ວມໂຕກັນເປັນຈໍານວນຫຼາຍກ່ອນຈົນກວ່າສະຖານະການ ໂຄວິດ ພາຍໃນປະເທດຈະດີຂຶ້ນ.

     ທັງນີ້, ອິນເດຍ ເປັນປະເທດໜຶ່ງທີ່ມີປະຊາກອນໜາແໜ້ນແລະ ປະຊາຊົນກໍເຊື່ອຖືທາງສາສະໜາເປັນສ່ວນໃຫຍ່ ອັນເຮັດໃຫ້ເກີດມີການເຕົ້າໂຮມຄົນ
ຈໍານວນຫຼາຍ ແລະ ເປັນສາເຫດການຕິດ ພະຍາດໂຄວິດໄດ້ງ່າຍ. ເຊິ່ງຫຼ້າສຸດທາງການ ອິນເດຍ ໄດ້ອອກປະກາດບໍ່ໃຫ້ມີການຊຸມນຸມຄົນເປັນຈໍານວນຫຼາຍ
ແລະ ສັ່ງໃຫ້ໂຈະງານບຸນເທສະການຕ່າງໆ ພາຍໃນປະເທດ ເພື່ອສະກັດກັ້ນການແຜ່ລະບາດຂອງ ໂຄວິດ-19.