ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາ​ເມຣິກາ ຫວັງ​ວ່າ​ ​ເກົາຫຼີ​ເໜືອ ຈະ​ຮັກສາ​ສັນຍາ​ກ່ຽວ​ກັບ​ການ​ປົດ​ອາວຸດ​ນີວ​ເຄຼຍ


ອາເມລິກາ ແລະ ເກົາຫຼີເໜືອ ປຶກສາຫາລືກ່ຽວກັບການປົດນິວເຄຼຍ

     ໃນ​ວັນ​ທີ 16 ມີນາ 2019 ນີ້, ສຳນັກ​ຂ່າວຕ່າງປະ​ເທດ​ລາຍ​ງານ​ຈາກ​ນະຄອນຫຼວງ​ໂຊ ປະ​ເທດ​ເກົາຫຼີ​​ເໜືອ ​ວ່າ: ທ່ານ ນາງ ​ໂຊ​ຊອນ​ຮີ ຮອງ​ລັດຖະມົນ​ຕີ​ກະຊວງ​ການ
​ຕ່າງປະ​ເທດ​ເກົາຫຼີ​ເໜືອ​ວ່າ​ການ​ພົບ​ປະ​ຫາລື​ສອງ​ຄັ້ງ​ທີ່​ຜ່ານ​ມາ​ລະຫວ່າງ ທ່ານ ​ໂດ​ນັດ​ທຳ ປະ​ທາ​ນາ​ທິບໍດີ​ອາ​ເມຣິກາ​ກັບ​ ທ່ານ ຄິມຈອງ​ອຶນ ຜູ້ນຳ​ເກົາຫຼີ​ເໜືອ​ຜ່ານ​ໄປ​ດ້ວຍ​ດີ
​ແລະ ລັດຖະບານ​ເກົາຫຼີ​​​ເໜືອ​ຈະ​ບໍ່​ມີ​ການອ່ອນ​ຂໍ້ນ​ໃນທຸກ​ຮູບ​ແບບ​. ຫຼັງ​ການ​ປະຊຸມ​ຢູ່​ທີ່​ນະ​ຄອນ​ຫຼວງ​ຮ່າ​ໂນ​ຍ ປະ​ເທດ​ຫວຽດນາມ​ໃນ​ທ້າຍ​ເດືອນ ກຸມພາ. ພ້ອມ​ທັງ​ເໜັ້ນ
ໜັກ​ວ່າ​ເກົາຫຼີ​ເໜືອ​ຈະ​ບໍ່​ມີ​ທາງ​ກັບ​ມາ​ເຈລະຈາ​ກັບ​ອາ​ເມຣິກາ​ ຖ້າ​ອີກ​ຝ່າ​ຍຍັງ​ມີ​ພຶດຕິ​ກຳ​ທີ່​ບໍ່​ດີ.

     ທ່ານ ນາງ ​ໂຊຊອນ​ຮີ ຍັງ​ກ່າວ​ຕື່ມ​ອີກ​ວ່າ: ທ່າ​ນຜູ້ນຳ​ຈະ​ບອກ​ຈຸດ​ຢືນ​ທີ່​ຊັດ​ເຈນ​ຂອງ​ເກົາຫຼີ​ເໜືອ​ໃນ​ການ​ປົດ​ອາວຸດ​ນີວ​ເຄຼຍ ​ແລະ ກ້າວ​ຕໍ່​ໄປ​ຂອງ​ລັດຖະບານ​ເກົາຫຼີ​ເໜືອ.
ທ່ານ ​ໄມ ​ປອມ​ແປ​ໂອ ຮອງ​ລັດຖະມົນຕີ​ກະຊວງ​ການ​ຕ່າງປະ​ເທ​ດອາ​ເມຣິກາ ກ່າວ​ວ່າ: ລັດຖະບານ​ອາ​ເມຣິກາ​ຍັງ​ມີ​ຄວາມ​ເຊື່ອ​ໝັ້ນ​ໃນ​ຕົວ ​ທ່ານ ຄິມ ຈອງ ​ອຶນ​ ຈະ​ຮັກສາ
​ສັນຍາທີ່​ໃຫ້​ໄວ້​ກັບ​ຜູ້ນຳ​ອາ​ເມຣິກາ ລະຫວ່າງ​ການ​ພົບ​ປະ​ທີ່​ນະຄອນຫຼວງ​ຮ່າ​ໂນ​ຍວ່າ​ຈະ​ບໍ່​ຮື້​ຟື້ນ​ໂຄງການ​ພັດທະນາ​ອາວຸດ​ອີກ.