ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຕວກກີ, ອີຣານ ແລະ ຣັດເຊຍ ສືບຕໍ່ປຶກສາ​ຫາລື​ແກ້​​ໄຂ​ບັນຫາ​ເຄັ່ງຮ້ອນ​ຢູ່ ​ຊີຣີ


     ສຳນັກຂ່າວຊິນຮວາລາຍງານໃນວັນທີ 17 ກັນຍາ 2019 ນີ້ວ່າ: ກອງປະຊຸມສາມຝ່າຍລະຫວ່າງຕວກກີ, ອີຣານ ແລະ ຣັດເຊຍ ໄດ້ຈັດຂຶ້ນໃນວັນຈັນ ວັນທີ 16 ກັນ
ຍາ ທີ່ຜ່ານມາຢູ່ທີ່ນະຄອນຫຼວງ ອັງກາຣາ ປະເທດຕວກກີ, ໂດຍການເຂົ້າຮ່ວມຂອງທ່ານ ຣີເຊັບ ເຕຢິບ ເອີໂດກັນ ປະທານາທິບໍດີຕວກກີ, ທ່ານ ຮາຊັນ ໂຣຮານີ ປະທານາ
ທິບໍດີອີຣານ ແລະ ທ່ານ ວາລາດີເມຍ ປູຕິນ ປະທານາທິບໍດີຣັດເຊຍ.

     ໃນກອງປະຊຸມຄັ້ງນີ້ຜູ້ນໍາທັງ ສາມປະເທດໄດ້ຍົກເອົາບັນຫາໃນປະເທດຊີຣີ, ບັນຫາສາກົນຈຳນວນໜຶ່ງມາປຶກສາຫາລືກັນ ເຊິ່ງໄດ້ເນັ້ນໜັກບັນຫາຄວາມປອດໄພໃນ
ປະເທດຊີຣີ ໂດຍສະເພາະແມ່ນຢູ່ທາງພາກຕາເວັນຕົກສ່ຽງເໜືອຂອງແຂວງອິດລິບ. ໂດຍທັງສາມຝ່າຍເຫັນດີທີ່ຈະສືບຕໍ່ຮ່ວມມືຫາທາງອອກ ລວມທັງສະກັດກັ້ນການກໍ່
ການຮ້າຍ ໃນຮູບແບບຕ່າງໆ ແລະ ຍັງໄດ້ແບ່ງໜ້າທີ່ ຫຼື ຄວາມຮັບຜິດຊອບ ຄວາມເປັນໄປຂອງເອກະລາດກໍ່ຄື: ຄວາມສະຖຽນລະພາບຄວາມສະຫົງບພາຍໃນປະເທດຊີຣີ
ຄືນໃໝ່.

     ສໍາລັບກອງປະຊຸມຄັ້ງນີ້ຖືວ່າເປັນຄັ້ງທີ 5 ແລ້ວທີ່ຈັດຂຶ້ນຢູ່ໃນ ປະເທດຕວກກີ, ໂດຍກອງປະຊຸມຈັດຂຶ້ນໃນທຸກໆ 2 ປີ ຫຼື ປະຊຸມກ່ອນກໍານົດຖ້າຫາກວ່າສະຖານະການ
ຮຸນແຮງ ແລະ ກະທັນຫັນ.

     ເຫດການຮຸນແຮງໃນ ປະເທດຊີຣີ ແມ່ນຍັງເກີດຂຶ້ນເປັນປະຈໍາ, ມີຫຼາຍຝ່າຍຫຼາຍກຸ່ມທີ່ກະແຈກ ກະຈາຍຢູ່ຕາມຂົງເຂດຕ່າງໆ, ນັບສະເພາະໃນເດືອນເມສາທີ່ຜ່ານມາ
ຈົນຮອດປັດຈຸບັນນີ້ມີພົນລະເຮືອນຫຼາຍກວ່າ 1.000 ຄົນ ເສຍຊີວິດຈາກການປະທະກັນຂອງກຸ່ມຄົນເຫຼົ່ານັ້ນ ຫຼື ແມ່ນແຕ່ຝ່າຍລັດຖະບານເອງ.