ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສະຫະ​ປະຊາ​ຊາດ ສົ່ງ​ເສີມ​ຂໍ້​ຕົກລົງ​ຢຸດ​ຍິງ​ໃນ ລີ​ບີ


     ຕາມສຳນັກຂ່າວສານຫວຽດນາມ ລາຍງານໃຫ້ຮູ້ວ່າ: ເມື່ອວັນທີ 14 ສິງຫາ 2019 ທີ່ຜ່ານມານີ້, ອົງກອນສະໜັບສະໜູນສະຫະປະຊາຊາດທີ່ປະເທດ ລີບີ(UNSMIL)
ໃຫ້ຮູ້ວ່າ: ອົງກອນນີ້ ກໍາລັງມີແຜນສ້າງຂໍ້ຕົກລົງຢຸດຍິງໃນ ລີບີ ລະຫວ່າງກອງກໍາລັງສາມັກຄີປະຊາຊົນສະໜັບ ສະໜູນລັດຖະບານ ແລະ ກໍາລັງປະກອບອາວຸດປະກາດຕົນ
ຄື GNA ແລະ LNA ໃຫ້ທັງສອງຢຸດຍິງ.

     ໃນຄໍາຖະແຫຼງການ, UNSMIL ເວົ້າວ່າ: ພາຍໃຕ້ບົດບາດໄກ່ເກ່ຍຂອງສະຫະປະຊາຊາດ ແລະ ຝ່າຍຕ່າງໆທີ່ກ່ຽວຂ້ອງໃນ ລີບີ ໃຫ້ມີການຢຸດຍິງຢ່າງສົມບູນ ແລະ ໃຫ້
ຫຼຸດຜ່ອນການກໍ່ເຫດ ຄວາມຮຸນແຮງໃນທົ່ວນະຄອນຫຼວງ ຕຣີໂປລີ. ເນື່ອງໃນໂອກາດວັນບຸນ Eid al-Adha ຂອງ ຊາວມຸດສະລິມແຕ່ວັນທີ 11-15/8/2019.

     ເຖິງແມ່ນວ່າຍັງມີບາງກຸ່ມກ້ອນໃຊ້ອາວຸດກໍ່ເຫດຄວາມຮຸນແຮງ ໃນເຂດຊຸມຊົນໃດໜຶ່ງກໍຕາມ, ແຕ່ທຸກຝ່າຍກໍຕ້ອງປະຕິບັດຕາມຄໍາສັ່ງຢຸດຍິງຂອງສະຫະປະຊາຊາດ
ຢ່າງເດັດຂາດ. UNSMIL ກຽມພ້ອມແລ້ວທີ່ຈະສະໜັບສະໜູນສອງຝ່າຍ ດ້ວຍສັນຕິວິທີລະຫວ່າງ GNA ແລະ LNA ໃນຂໍ້ຕົກລົງທີ່ໄດ້ລະບຸຢຸດຍິງຊົ່ວຄາວເພື່ອກ້າວໄປ
ສູ່ເຊັນສັນຍາຢຸດຍິງຖາວອນ.

     ນັບແຕ່ມີການປັບປ່ຽນເມື່ອປີ 2011 ໃນການໂຄ່ນລົ້ມອຳນາດຂອງປະທານາທິບໍດີ ມູອຳເມີກັດ ດາຟີ ເປັນຕົ້ນມາ, ລີບີ ແມ່ນຍັງຕົກຢູ່ໃນສະພາບຄວາມບໍ່ສະຫງົບ
ທາງດ້ານການເມືອງ ແລະ ຄວາມເຄັ່ງຕຶງຂຶ້ນເລື້ອຍໆ. ປັດຈຸບັນປະເທດນີ້ມີສອງພັກກໍາອໍານາດທີ່ຍັງຍືນຍົງ ແລະ ສອງພັກນີ້ກໍແມ່ນມີກໍາລັງອາວຸດສະເພາະຂອງໃຜຂອງ
ມັນ. ພ້ອມນີ້ ອາເມຣິກາ ແລະ 4 ປະເທດພັນທະມິດກໍຮຽກຮ້ອງໃຫ້ມີການຢຸດຍິງ.