ເຈົ້າໜ້າທີ່ຕຳຫຼວດ ນິວຊີແລນ ປະກາດຮັບຊື້ປືນເຖື່ອນ
ສໍານັກຂ່າວ ຊິນຮວ່າ ລາຍງານເມື່ອວັນທີ 15 ກໍລະກົດ 2019 ນີ້, ໂດຍອ້າງຈາກຫຼາຍແຫຼ່ງຂ່າວຂອງປະເທດ ນູຊີລັງ ວ່າ: ເມື່ອວັນທີ 13 ກໍລະກົດ ທີ່ຜ່ານມາ. ເຈົ້າ
ໜ້າທີ່ຕໍາຫຼວດໃນເມືອງ ໄຄຣສເຊີດ ໄດ້ອອກຖະແຫຼງການກ່ຽວກັບການເປີດຮັບຊື້ປືນຜິດກົດໝາຍ ( ປືນເຖື່ອນ ) ຄັ້ງທໍາອິດ ເຊິ່ງປະສົບຄວາມສໍາເລັດຢ່າງຫຼວງຫຼາຍເນື່ອງ
ຈາກພຽງ 1 ວັນທີ່ມີການປະກາດກໍມີປະຊາຊົນທີ່ຄອບຄອງປືນເຖື່ອນຈໍານວນ 169 ຄົນ ໄດ້ນໍາປືນເຖື່ອນມາຂາຍຄືນໃຫ້ເຈົ້າໜ້າທີ່ຫຼາຍເຖິງ 224 ກະບອກ.
ທັງນີ້ ການຈັດງານຊື້ປືນເຖື່ອນມີຂຶ້ນພາຍຫຼັງຈາກເຫດການຍິງກັນແບບສະເທືອນຂວັນທີ່ມັດສະຍິດ ໃນເມືອງ ໄຄຣສເຊີດ ປະເທດ ນິວຊີແລນ ເມື່ອ 4 ເດືອນທີ່ຜ່ານ
ມາ. ເຊິ່ງສົ່ງຜົນໃຫ້ມີຜູ້ເສຍຊີວິດຫຼາຍເຖິງ 51 ຄົນ. ງານດັ່ງກ່າວ ຈະຈັດຂຶ້ນເປັນໄລຍະເວລາ 3 ເດືອນ ເນື່ອງຈາກພາຍຫຼັງ ເຫດການໂຈມຕີດັ່ງກ່າວ ລັດຖະບານ ນູຊີລັງ
ກໍໄດ້ຜ່ານກົດໝາຍ ຄວບຄຸມອາວຸດປືນ.
ປະເທດ ນູຊີລັງ ມີປະຊາກອນບໍ່ເຖິງ 5 ລ້ານຄົນແຕ່ມີປຶນຈໍານວນຫຼາຍເຖິງ 1,5 ລ້ານ ກະບອກ, ຢູ່ໃນການຄອບຄອງຂອງປະຊາຊົນ ເຊິ່ງຖືເປັນອັນດັບທີ 17 ຂອງໂລກ
ທີ່ມີການຄອບຄອງອາວຸດປືນແບບຜິດກົດໝາຍເມື່ອທຽບກັບຈໍານວນປະຊາກອນ.