ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກຸ່ມ​ກະບົດ​ໃຊ້​ປືນ​ຄົກ​​ໂຈມ​ຕີ​ແຂວງ ອາ​ເລ​ບ​ໂປ ມີ​ຜູ້​ເສຍ​ຊີວິດ 10 ຄົນ

     ຕາມ​ການ​ລາຍ​ງານ​ຂອງ​ສຳນັກ​ຂ່າວ ຊິນຣວ່າ ​ໃນ​ວັນ​ທີ 17 ມີ​ຖຸນາ 2019 ວ່າ: ມີ​ຜູ້​ເສຍ​ຊີວິດ​ຢ່າງ​ໜ່ອຍ 10 ຄົນ ​ແລະ ມີ​ຜູ້​ບາດ​ເຈັບ​ຈຳນວນຫຼາຍ. ຈາກ​ເຫດການ
​ທີ່​ກຸ່ມ​ກະບົດ​ໃຊ້ປືນ​ຄົກ​ຍິງ​ໃສ່​ແຂວງ ອາ​ເລ​ບ​ໂປ ທີ່​ຕັ້ງ​ຢູ່​ທິດ​ເໜືອຂອງ​ປະ​ເທດ ຊີຣີ.

     ຕາມ​ການ​ລາຍ​ງານ​ຂອງ​ແຫຼ່ງ​ຂ່າວ​ໃຫ້​ຮູ້​ວ່າ: ການ​ໂຈມ​ຕີ​ໃນ​ຄັ້ງ​ນີ້ ກຸ່ມ​ກະບົດ​ໄດ້​ຍີ​ງປືນ​ຄົກ​ຈາກ​ເມືອງ ວູດາຍຣີ ທີ່​ຕັ້ງ​ຢູ່​ທາງ​ທິດ​ໃຕ້​ຂອງ​ແຂວງ ອາ​ເລ​ບ​ໂປ. ນັບ​ຕັ້ງ​ແຕ່​
ແຂວງ ອາ​ເລ​ບ​ໂປ ​ໄດ້​ຖືກ​ກອງ ທັບ ​ຊີຣີ ຍຶດພື້ນ​ທີ່​ຄືນ​ຈາກ​ກຸ່ມ​ກະບົດ​ໃນ​ປີ 2016 ​ແມ່ນ​ສາມາດ​ເວົ້າ​ໄດ້​ວ່າພື້ນ​ທີ່​ນີ້​ມີ​ຄວາມ​ສະຫງົບ​ໃນ​ລະດັບໜຶ່ງ. ​ແຕ່​ກໍໍຍັງ​ມີ​ການ​ໂຈມ​
ຕີ​ດ້ວຍ​ປືນ​ຄົກ​ໃສ່​ກຸ່ມ​ກະບົດ​ທີ່​ຍັງຫຼົງ​ເຫຼືອຢູ່ ທັງ​ນີ້​ກໍ​ຍ້ອນ​ມີ​ຖານ​ທີໝັ້ນຂອງ​ກຸ່ມ​ກະບົດຫຼາຍ​ແຫ່ງ​ຢູ່​ທິດ​ເໜືອ ຂອງ​ແຂວງ ອາ​ເລ​ບ​ໂປ ອີກ​ຍັງ​ເປັນ​ເຂດ​ທຸລະ​ການ​ດານ ​ເຊິ່ງ
ຍາກ​ຕໍ່ການ​ເຂົ້າ​ເຖິງ. ຍ້ອນ​​ແນວ​ນັ້ນ ກຸ່ມ​ກະບົດ​ຈຶງ​ໃຊ້​ປືນ​ຄົກ​ໂຈມ​ຕີ​ໃສ່​ເມືອງ​ເອກ​ຂອງ​ແຂວງ ອາ​ເລ​ບ​ໂປ ທີ່​ເປັນ​ພື້ນ​ທີ​ຢູ່​ພາຍ​ໃຕ້​ການ​ຄຸ້ມ​ຄອງ​ຂອງ​ລັດຖະບານ.