ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດເຊຍ ປະກາດ​ບຸກຄົນ​ສຳຄັນ​ຈຳນວນໜຶ່ງຂອງ​ ​ອັງກິດ ຫ້າມ​ເຂົ້າປະ​ເທດ​ຂອງ​ຕົນ

     ສໍານັກຂ່າວຊິນຮ່ວາໃຫ້ຮູ້ວ່າ: ວັນທີ 16 ເມສາ ນີ້, ກະຊວງການຕ່າງປະເທດ ຣັດເຊຍ ໄດ້ປະກາດບຸກຄະລາກອນທີ່ສໍາຄັນ 13 ຄົນ ຂອງ ອັງກິດ ບໍ່
ໃຫ້ເຂົ້າປະເທດ ຣັດເຊຍ, ໃນນັ້ນມີທັງ ທ່ານ ບໍຣິດຈອນສັນນາຍົກລັດຖະມົນຕີ ອັງກິດ, ທ່ານ ເອລີຊາ ເບດທຣັດ ລັດຖະມົນຕີການຕ່າງປະເທດ ແລະ
ທ່ານ ເບນ ວາລາຊີ ລັດຖະມົນຕີ ປ້ອງກັນປະເທດ.

     ຂ່າວໃຫ້ຮູ້ວ່າ: ຣັດເຊຍ ຕັດສິນໃຈລວມເອົາບັນດາສະມາຊິກສໍາຄັນຂອງລັດຖະບານ ແລະ ນັກການເມືອງຂອງ ອັງກິດ ເຂົ້າຢູ່ໃນບັນຊີດໍາ, ເພາະວ່າ
ລັດຖະບານ ອັງກິດ ໄດ້ກະທໍາຫຼາຍຢ່າງຕໍ່ ຣັດເຊຍ ແບບບໍ່ເຄີຍມີມາກ່ອນ, ໂດຍສະເພາະການລົງໂທດບັນດາເຈົ້າໜ້າທີ່ອາວຸໂສຂອງ ຣັດເຊຍ. ຝ່າຍ ຣັດ
ເຊຍ ເນັ້ນໜັກວ່າ, ການຕັດສິນໃຈຄັ້ງນີ້ຂອງ ຣັດເຊຍ ແມ່ນການຕອບໂຕ້ການເຄື່ອນໄຫວຂອງຝ່າຍອັງກິດທີ່ພະຍາຍາມກໍ່ສົງຄາມຂໍ້ມູນຂ່າວສານ ແລະ
ໃຊ້ວິທີທາງການເມືອງ ເພື່ອແນໃສ່ໂດດດ່ຽວ ແລະ ສະກັດກັ້ນ ຣັດເຊຍ ຢູ່ໃນປະຊາຄົມສາກົນ ແລະ ເປັນການທຳລາຍເສດຖະກິດ ຣັດເຊຍ. ນອກນີ້, ອັງ
ກິດ ກໍ່ເຈດຕະນາເພື່ອເພີ່ມໄຟໃນວິກິດການ ອູແກຣນ, ບໍ່ພຽງແຕ່ສົ່ງອອກອາວຸດຍຸດໂທປະກອນໃຫ້ ອູແກຣນ ເທົ່ານັ້ນ, ຫາກຍັງຊຸກຍູ້ໃຫ້ປະເທດອື່ນລົງ
ໂທດ ຣັດເຊຍ ອີກດ້ວຍ.

ແຫຼ່ງທີ່ມາ: ໜັງສືພິມ ກອງທັບ
ວັນທີ 19/04/2022