ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອິນເດຍ ຍັງໜ້າ​ເປັນ​ຫ່ວງ​ວັນ​ດຽວຕິດ ​ໂຄ​ວິ​ດ 150.000 ຄົນ


     ຣອຍເຕີລາຍງານໃນ ວັນທີ 13 ເມສາ ວ່າ: ກະຊວງສາທາລະນະສຸກ ອິນເດຍ ລາຍງານ ສະຖິຕິ ກ່ຽວກັບ ໂຄວິດ-19 ໃນເວລາ 24 ຊົ່ວໂມງ ໂດຍ
ທີມແພດຢືນຢັນ ຜູ້ຕິດເຊື້ອໃໝ່ ຖືເປັນສະຖິຕິ ລາຍວັນ ສູງທີ່ສຸດ ຄັ້ງໃໝ່ ນັບຕັ້ງແຕ່ ອິນເດຍ ປະເຊີນໜ້າ ກັບການແຜ່ລະບາດ ຂອງ ພະຍາດ ໂຄວິດ-19
ເມື່ອເດືອນ ມີນາ 2020.

     ໃນຄະນະທີ່ວັນດຽວກັນ ໄດ້ມີ ຜູ້ເສຍຊີວິດ 839 ຄົນ ຖືເປັນສະຖິຕິ ລາຍວັນ ສູງທີ່ສຸດ ໃນຮອບເຄິ່ງປີ ແລະ ເຮັດໃຫ້ປັດຈຸບັນ ອິນເດຍ ມີຈໍານວນຜູ້
ເສຍຊີວິດສະສົມຈາກພະຍາດໂຄວິດລວມ 169.275 ຄົນ ແລະ ຈຳນວນຜູ້ຕິດເຊື້ອລວມ 13.35 ລ້ານຄົນ ຫຼາຍທີ່ສຸດໃນທະວີບອາຊີ ແລະ ຢູ່ໃນອັນດັບ
3 ຂອງໂລກ ຮອງຈາກ ສະຫະລັດ ແລະ ບຣາຊິນ.

     ຢ່າງໃດກໍຕາມ, ກະຊວງສາທາລະນະສຸກ ລະບຸວ່າ ເມື່ອ ວັນເສົາ ທີ່ຜ່ານມາ ລັດຖະບານ ໄດ້ສັກວັກຊີນ ໃຫ້ປະຊາຊົນແລ້ວ 100 ລ້ານເຂັມ ຖ້າຫາກ
ໃຊ້ຈໍານວນນີ້ ເປັນໂຕຕັ້ງ ອິນເດຍ ຈະເປັນ ປະເທດ ທີ່ທໍາສະຖິຕິ ໄດ້ໄວທີ່ສຸດ ໃນໂລກ ພາຍໃນເວລາພຽງ 85 ວັນ ຕາມດ້ວຍ ສະຫະລັດ 89 ວັນ ແລະ
ຈີນ 102 ວັນ.

     ຕາມແຜນ ອິນເດຍ ຕັ້ງເປົ້າໃຫ້ປະຊາຊົນ ໄດ້ສັກວັກຊີນ 250 ລ້ານເຂັມ ເພື່ອປ້ອງກັນ ພະຍາດ ໂຄວິດ-19 ແລະ ຈະຕ້ອງດໍາເນີນການ ໃຫ້ໄວກວ່ານີ້.