ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງ​ປະຊຸມ IPU ກ່າວ​ປະນາມ​ອາ​ເມຣິກາ ທີ່​ຮັບຮອງ​ພູ​ພຽງ​ ໂກ​ລັນ ​ເປັນ​ຂອງ ອິດສະຣາ​ແອນ


     ຕາມຂ່າວວິທະຍຸສາກົນແຫ່ງປະເທດຈີນລາຍງານເມື່ອ ວັນທີ 11 ເມສາ 2019 ນີ້ວ່າ: ກອງປະຊຸມໃຫຍ່ຂອງສະຫະພາບສະພາສາກົນຄັ້ງທີ 140 ທີ່ດຳເນີນມາເປັນເວ
ລາ 5 ວັນໄດ້ອັດລົງຢູ່ນະຄອນຫຼວງ ໂດຮາ ປະເທດ ກາຕາ. ເມື່ອວັນທີ 10 ເມສາ ທີ່ຜ່ານມານີ້, ໂດຍໄດ້ອອກຖະແຫຼງການກ່າວປະນາມອາເມຣິກາທີ່ໄດ້ຮັບຮອງອະທິປະ
ໄຕຂອງ ອິດສະຣາແອນ ເທິງດິນແດນພູພຽງ ໂກລັນ ຂອງ ຊີຣີ.

     ໃນຖະແຫຼງການດັ່ງກ່າວ, ສະຫະພາບສະພາສາກົນເຫັນວ່າ: ການກະທຳທີ່ຍຶດເອົາດິນແດນປະເທດອື່ນດ້ວຍວິທີການກໍ່ສົງຄາມແມ່ນບໍ່ສາມາດຮັບຮອງໄດ້, ສະນັ້ນສະ
ຫະພາບສະພາສາກົນຈຶ່ງກ່າວປະນາມການກະທຳຂອງ ອາເມຣິກາ ທີ່ຮັບຮອງພູພຽງໂກລັນ ຂອງ ຊີຣີ ເປັນດິນແດນຂອງ ອິດສະຣາແອນ. ການກະທຳດັ່ງກ່າວໄດ້ລະເມີດມະ
ຕິທີ່ກ່ຽວຂ້ອງຂອງສະພາຄວາມໝັ້ນຄົງສະຫະປະຊາຊາດ, ເຊິ່ງເຮັດໃຫ້ການບັນລຸເປົ້າໝາຍຄວາມເປັນທຳ ແລະ ການສ້າງສັນຕິພາບຖາວອນຢູ່ຕາເວັນອອກກາງມີຄວາມ
ຫຍຸ້ງຍາກຫຼາຍຂຶ້ນກວ່າເກົ່າ.

     ຖະແຫຼງການໄດ້ຮຽກຮ້ອງໃຫ້ຝ່າຍຕ່າງໆທີ່ປະທະກັນຢູ່ຕາເວັນອອກກາງຈົ່ງຫຼີກເວັ້ນການໃຊ້ມາດຕາການແຕ່ຝ່າຍດຽວທີ່ຈະເຮັດໃຫ້ການປະທະກັນຮ້າຍແຮງຂຶ້ນຕື່ມ.
ສະຫະພາບສະພາສາກົນຄັດຄ້ານປະເທດໃດກໍຕາມ ທີ່ໃຊ້ການກະທຳແຕ່ຝ່າຍດຽວທີ່ເປັນການຝ່າຝືນກົດໝາຍສາກົນເຊັ່ນ: ການປິດລ້ອມ, ການໃຊ້ກຳລັງອາວຸດ ແລະ
ການລົງໂທດເປັນຕົ້ນ.