ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຈີນ ແລະ ອາຊຽນຮ່ວມມືຕ້ານ​ພະຍາດ ໂຄວິດ-19 ຊູກຍູ້​ໃຫ້​ເສດຖະກິດ​​ເຕີບ​ໂຕ​ຢ່າງໜັກ​ແໜ້ນ


     ຈີນ ແລະ ອາຊຽນ ທີ່ມີສາຍພູ ແລະ ແມ່ນໍ້າລຳເຊຕິດຈອດກັນ, ນັບແຕ່ເກີດມີການແຜ່ລະບາດຂອງພະຍາດ ໂຄວິດ-19 ເປັນຕົ້ນມາ, ສອງຝ່າຍ ໄດ້
ດຳເນີນການແລກປ່ຽນ ແລະ ຮ່ວມມືໃນຫຼາຍດ້ານ, ຕ່າງກໍໄດ້ ຊູກຍູ້ຊ່ວຍໜູນກັນ ແລະ ຮ່ວມມືກັນຕ້ານກັບການແຜ່ລະບາດຂອງພະຍາດ ໂຄວິດ-19
ເຊິ່ງເຮັດໃຫ້ການຮ່ວມມື ດ້ານເສດຖະກິດການຄ້າລະຫວ່າສອງຝ່າຍເຕີບໂຕຂຶ້ນຢ່າງໜັກແໜ້ນ.

     ທີ່ປຶກສາເສດຖະກິດສະຖານ ກົງສຸນໃຫຍ່ມຽນມາປະຈຳນະຄອນ ໜານໜິງ ກ່າວວ່າ: “ ການຊູກຍູ້ຊ່ວຍໜູນກັນໃນໄລຍະເກີດມີການແຜ່ລະບາດ
ຂອງພະຍາດ ໄດ້ພິສູດໃຫ້ເຫັນເຖິງມິດຕະພາບຖານອ້າຍນ້ອງລະຫວ່າງ ມຽນມາ ກັບ ຈີນ. ໃນໄລຍະທີ່ນະຄອນ ອູຮັນ ຈີນ ເກີດມີການແຜ່ລະບາດຂອງ
ພະຍາດ, ມຽນມາ ໄດ້ບໍລິຈາກເຂົ້າສານ ແລະ ວັດຖຸອຸປະກອນທາງການແພດໃຫ້ ຈີນ. ພາຍຫຼັງມາ, ເມື່ອ ມຽນມາ ເກີດມີການແຜ່ລະບາດຂອງພະຍາດ,
ຈີນ ກໍໄດ້ສົ່ງທີມແພດໄປມຽນມາ ແລະ ບໍລິຈາກວັດຖຸອຸປະກອນການແພດໃຫ້ ມຽນມາ ເຊັ່ນກັນ ເຊິ່ງເຮັດໃຫ້ການພົວພັນລະຫວ່າງສອງປະເທດ ໄດ້ຮັບ
ການປັບປຸງດີຂຶ້ນຢ່າງຕໍ່ເນື່ອງ.

     “ຈີນ ແລະ ອາຊຽນ ບໍ່ແມ່ນໃຜອື່ນໄກ, ສອງຝ່າຍສະໜິດສະໜົມປານອ້າຍນ້ອງກັນ, ຕ້ອງຊ່ວຍເຫຼືອເຊິ່ງກັນ ແລະ ກັນເພື່ອຜ່ານຜ່າຄວາມຫຍຸ້ງຍາກ
ຮ່ວມກັນ.” ອາຊຽນ ແລະ ຈີນ ໄດ້ຕັ້ງໜ້າຮ່ວມມືກັນຕ້ານກັບການແຜ່ລະບາດຂອງພະຍາດ, ສອງຝ່າຍໄດ້ສົ່ງຜ້າປິດປາກ ແລະ ວັດຖຸອຸປະກອນການແພດ
ໃຫ້ກັນ ແລະ ກັນ. ສອງ​ຝ່າຍໄດ້ໃຫ້ກຳລັງໃຈກັນພ້ອມທັງຫວັງ ໃຫ້ມີການຟື້ນຟູການພັດທະນາເສດຖະກິດສັງຄົມ ຢ່າງຮອບດ້ານໂດຍໄວ.

     ນອກຈາກການຊ່ວຍເຫຼືອເຊິ່ງ ກັນ ແລະ ກັນໃນດ້ານວັດຖຸອຸປະກອນແລ້ວ, ຈີນ ແລະ ບັນດາປະເທດອາຊຽນຍັງໄດ້ດຳເນີນການແລກປ່ຽນດ້ານເຕັກ
ນິກ ແລະ ບົດຮຽນຢ່າງໃກ້ຊິດເຊິ່ງໄດ້ເຮັດໃຫ້ການປ້ອງກັນ ແລະ ຄວບຄຸມການແຜ່ລະບາດຂອງພະຍາດຂອງສອງຝ່າຍປະສົບຜົນສຳເລັດ.

     ເພື່ອຊ່ວຍຮັບມືກັບການແຜ່ລະບາດຂອງພະຍາດ, ທີມແພດ ຈີນ ໄດ້ເດີນທາງໄປເຖິງ ນະຄອນຫຼວງຂອງບາງປະເທດໃນ ອາຊຽນ ໃນນັ້ນລວມມີ
ສປປ ລາວ, ນີ້ແມ່ນທີມແພດ ຈີນ ທີມທຳອິດທີ່ໄປຊ່ວຍເຫຼືອປະເທດໃກ້ຄຽງນັບແຕ່ເກີດມີການແຜ່ລະບາດຂອງພະຍາດ ໂຄວິດ-19.

     ປີນີ້ແມ່ນປີຮ່ວມມືເສດຖະກິດດີຈີຕອນ ຈີນ-ອາຊຽນ ໃນການຮ່ວມມືຕ້ານກັບການແຜ່ລະບາດ ຂອງພະຍາດລະຫວ່າງສອງຝ່າຍ, ວິທະຍາສາດເຕັກ
ໂນໂລຊີອິນເຕີເນັດໄດ້ເສີມຂະຫຍາຍບົດບາດສຳຄັນ. ໂຮງໝໍ ເລກ 1 ທີ່ຂຶ້ນກັບ ມະຫາວິທະຍາໄລແພດສາດ ກວາງຊີ ໄດ້ດຳເນີນການບົ່ງມະຕິທາງອິນ
ເຕີເນັດ ຮ່ວມກັບສະຖາບັນການແພດຂອງຫຼາຍປະເທດ ອາຊຽນ ເຊັ່ນ: ກຳປູເຈຍ ເປັນຕົ້ນ. ໃນຂະນະດຽວກັນ, ທາງໂຮງໝໍຍັງໄດ້ຮຽບຮຽງ “ ປຶ້ມບົດ
ຮຽນປ້ອງກັນ ແລະ ປິ່ນປົວພະຍາດ ໂຄວິດ-19 ” ເປັນຫຼາຍພາສາ, ຖ່າຍທຳວິດີໂອກ່ຽວກັບຂໍ້ມູນປ້ອງກັນ ແລະ ຄວບຄຸມພະຍາດ ແລະ ອື່ນໆ, ແຈກຢາຍ
ໃຫ້ປະເທດຕ່າງໆໃນ ອາຊຽນ ໂດຍຜ່ານສະຖານກົງສຸນບັນດາປະເທດອາຊຽນປະຈຳນະຄອນ ໜານໜິງ, ໂຮງໝໍຮ່ວມມືສາກົນ, ທີມແພດ ຈີນ ທີ່ໄປຊ່ວຍ
ເຫຼືອຕ່າງປະເທດ ແລະ ອື່ນໆ.

     ກໍຍ້ອນວ່າສອງຝ່າຍໄດ້ພະຍາຍາມຮ່ວມກັນໃນການຕ້ານກັບການແຜ່ລະບາດຂອງພະຍາດ, ການຮ່ວມມືດ້ານເສດຖະກິດລະຫວ່າງ ຈີນ ແລະ ອາຊຽນ
ໄດ້ບັນລຸການເຕີບໂຕພາຍໃນສະພາບຄວາມຫຍຸ້ງຍາກຈາກການແຜ່ລະບາດຂອງພະຍາດ. 10 ເດືອນຕົ້ນປີນີ້, ຍອດມູນຄ່າການຄ້າລະຫວ່າສອງຝ່າຍໄດ້
ບັນລຸເຖິງ 3.790 ຕື້ຢວນ, ເພີ່ມຂຶ້ນ 7% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ ເຊິ່ງກວມເອົາ 14,6% ຂອງຍອດມູນຄ່າການຄ້າ ຈີນ ກັບຕ່າງ
ປະເທດ.

     ຈີນ ແລະ ອາຊຽນຕ່າງກໍເປັນຄູ່ການຄ້າໃຫຍ່ອັນດັບໜຶ່ງຂອງກັນ ແລະ ກັນ, 3 ໄຕມາດຂອງປີນີ້, ການລົງທຶນໂດຍກົງຂອງ ຈີນ ຢູ່ບັນດາປະເທດອາ
ຊຽນມີເຖິງ 10,72 ຕື້ໂດລາສະຫະລັດ, ໄດ້ ເພີ່ມຂຶ້ນ 76,6% ເມື່ອທຽບໃສ່ໄລຍະດຽວກັນຂອງປີຜ່ານມາ.

     ເຖິງວ່າການແຜ່ລະບາດຂອງພະຍາດ ໂຄວິດ-19 ໄດ້ນຳເອົາຜົນກະທົບໃນລະດັບໃດໜຶ່ງມາໃຫ້ການຮ່ວມມືດ້ານເສດຖະກິດການຄ້າລະຫວ່າງ ລາວ
ແລະ ຈີນ ກໍຕາມ, ແຕ່ ທ່ານ ວິລະສັກ ສົມພົງ ກົງສຸນໃຫຍ່ລາວປະຈຳນະຄອນ ໜານໜິງ ກ່າວວ່າ: ຂໍ້ລິເລີ່ມ “ໜຶ່ງແລວໜຶ່ງເສັ້ນທາງ” ແລະ ການຮ່ວມມື
ເສດຖະກິດດີຈີຕອນ ຈີນ-ອາຊຽນ ຈະນຳເອົາພະລັງຊຸກດັນໃໝ່ມາໃຫ້ແກ່ການຮ່ວມມືດ້ານການຄ້າ, ການລົງທຶນ ແລະ ການທ່ອງທ່ຽວລະຫວ່າງຈີນ ແລະ
ລາວ ກໍຄືການພັດທະນາເສດຖະກິດຂອງທົ່ວພາກພື້ນ.