ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ອາ​ເມຣິກາ ຈະ​ສົ່ງ​ທະຫານ​ເພີ່ມ​ອີກ 1.000 ຄົນ ​ໄປ​ໂປ​ໂລ​ຍ

     ສໍານັກຂ່າວ ຟ໋ອກຊ໌ນີວຊ໌ ລາຍງານໃນວັນທີ 17 ມິຖຸນາ 2019 ນີ້ວ່າ: ການພົບປະລະຫວ່າງ ທ່ານ ອັນເສສ ດູດາ ປະທານາທິບໍດີ ໂປໂລຍ ​ແລະທ່ານ ໂດນັລ ທຣໍາ ປະ
ທານາທິບໍດີ ອາເມຣິກາ ຢູ່​ທີ່​ທຳນຽບຂາວ ​ໄດ້ປຶກສາຫາລືກ່ຽວກັບການທີ່ຈະສົ່ງທະຫານເພີ່ມຕື່ມອີກ 1.000 ຄົນ ໄປ ໂປໂລຍ. ໃນຂະນະທີ່ ໂປໂລຍ ກໍຈະຈັດສັນ “ຖານ
ທັບ” ໃຫ້ແກ່ພົນທະຫານຂອງ ສ ອາເມຣິກາ.

     ຄາດວ່າທະຫານຈໍານວນດັ່ງກ່າວ ຈະຖອນມາຈາກທະຫານ ອາເມຣິກາ ທີ່ປະຈໍາຢູ່ ເຢຍ ລະມັນ. ປະທານາທິບໍດີ ທຣໍາ ແຈ້ງ ໃຫ້ຮູ້ກ່ອນຫນ້ານັ້ນວ່າ: ທ່ານໄດ້ປຶກສາ
ຫາລືກັບ ປະທານາທິບໍດີ ດູດາ ກ່ຽວກັບການສົ່ງທະຫານ 2.000 ຄົນ ໄປໂປໂລຍ. ນອກນັ້ນ ຜູ້ນໍາຂອງສະຫະລັດ ຍັງໃຫ້ຮູ້ວ່າ: ໂປໂລຍ ພວມຂຶ້ນແຜນຈັດຊື້ຍົນສູ້ຮົບ
F-35 ຂອງ ອາເມຣິກາ ຈໍານວນ 30 ລໍາ.