ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຫວຽດນາມ ສະ​ເໜີສັກ​ວັກ​​ແຊ໋ງ​ປ້ອງ​ກັນ​ໄວ​ຣັດໂຄວິດ-19 ​ໃຫ້​ແກ່​ກຳລັງ​ຮັກສາ​ສັນຕິພາບ


ກຳລັງຮັກສາສັນຕິພາບຫວຽດນາມ

     ຂ່າວສານ ຫວຽດນາມ ລາຍງານໃນວັນທີ 16 ກຸມພາ ນີ້ວ່າ: ກຸ່ມສະມາຊິກເພື່ອນມິດກ່ຽວກັບການຮັກສາສັນຕິພາບໄດ້ຈັດ ກອງປະຊຸມສຳມະນາ
ແບບບໍ່ເປັນທາງການກ່ຽວກັບຂໍ້ລິເລີ່ມການກະທໍາ ເພື່ອຮັກສາສັນຕິພາບ (A4P) ຂອງທ່ານເລຂາທິການໃຫຍ່ສະຫະປະຊາຊາດ ແລະ ວັກ​ແຊ໋ງໂຄວິດ-19.

     ທ່ານ ດັ້ງດິ່ງກຸ໊ຍ ເອກອັກຄະລາຊະທູດ, ຫົວໜ້າຄະນະຜູ້ຕາງໜ້າ ຫວຽດນາມ ປະຈໍາສະຫະປະຊາຊາດ, ກ່າວຄຳເຫັນຢືນຢັນໃນ ຄຳໝັ້ນສັນຍາຂອງ
ຫວຽດນາມ ທີ່ມີຕໍ່ການເຄື່ອນໄຫວຮັກສາສັນຕິພາບ ແລະ ບັນດາຄວາມພະຍາຍາມມຸ່ງໄປເຖິງການເພີ່ມທະວີປະສິດທິຜົນຂອງການເຄື່ອນໄຫວຮັກສາສັນ
ຕິພາບ ແລະ ໄດ້ເນັ້ນໜັກ ເຖິງຄວາມຈຳເປັນຂອງໂຄງການສັກວັກແຊ໋ງກັນພະຍາດ ໂຄວິດ-19 ໃຫ້ພະລາກອນຮັກສາສັນຕິພາບ, ໂດຍສະເພາະແມ່ນບັນ
ດາຜູ້ຖືກຕິດແປດໄດ້ງ່າຍຄື: ພະລາກອນການແພດ ເຮັດວຽກຢູ່ບັນດາໂຮງໝໍພາກສະໜາມ, ບັນດາກຳລັງເຄື່ອນໄຫວຢູ່ເຂດມີຄວາມສ່ຽງຕິດແປດສູງ.

     ຄວາມສຳຄັນຂອງການຮ່ວມມືຢ່າງແໜ້ນແຟ້ນລະຫວ່າງບັນດາຄະນະຜູ້ຕາງໜ້າ ແລະ ປະເທດເຈົ້າພາບໃນວິວັດການຮັບປະກັນຄວາມປອດໄພ, ຄວາມ
ໝັ້ນຄົງ ໃຫ້ແກ່ບັນດາກຳລັງຮັກສາສັນຕິພາບເວົ້າລວມ ແລະ ສັກວັກແຊ໋ງກັນພະຍາດ ໂຄວິດ-19 ໃຫ້ແກ່ບັນດາພະລາກອນຮັກສາສັນຕິພາບ.

     ການປຶກສາຫາລື, ມີຫຼາຍຄຳເຫັນກໍ່ໃຫ້ເກີດຂໍ້ສັງເກດວ່າ ຕ້ອງຮັບປະກັນການສັກວັກແຊ໋ງກັນພະຍາດໂຄວິດ-19 ໃຫ້ແກ່ບັນດາພາລະກອນຮັກສາສັນ
ຕິພາບ, ເນັ້ນໜັກເຖິງບັນດາສິ່ງທ້າທາຍຈາການຂາດງົບປະມານ, ບົດບາດ ແລະ ໜ້າທີ່ຂອງບັນດາຝ່າຍທີ່ກ່ຽວຂ້ອງກໍ່ຄືສິ່ງທ້າທາຍຈາກບັນດາໄວຣັດສາຍ
ພັນໃໝ່.