ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສືບ​ຕໍ່​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື ​ດ້ານວຽກ​ງານ​ປ້ອງ​ກັນຊາ​ດລະຫວ່າງ ລາວ ​ແລະຫວຽດນາມ

     (bqp.vn) - ເນື່ອງ​ໃນ​ໂອກາດ​ເດີນທາງ​ມາ​ຢ້ຽມຢາມ​ຫວຽດນາມ ​ຢ່າງ​ເປັນ​ທາງ​ການ​ຂອງ​ ທ່ານ​ ພັນ​ຄຳ ວິພາ​ວັນ ນາຍົກລັດຖະມົນຕີ ​ແຫ່ງສາທາລະ
ນະ​ລັດປະຊາທິປະ​ໄຕປະຊາຊົນລາວ ​ພ້ອມ​ດ້ວຍຄະນະ​ຜູ້​ແທນ​ຂັ້ນ​ສູງ​​ຂອງລັດຖະບານ​ລາວ, ຕອນ​ຄ່ຳ​ວັນ​ທີ 8 ມັງກອນ​ນີ້, ຢູ່​ທີ່ຮ່າ​ໂນ້ຍ, ທ່ານ ພົນ​​ເອກ ຈັນ
​ສະໝອນ ຈັນ​ຍາ​ລາດ, ກຳມະການ​ກົມ​ການ​ເມືອງ​, ຮອງນາຍົກລັດຖະມົນຕີ, ລັດຖະມົນຕີ​ກະຊວງປ້ອງ​ກັນ​​ເທດລາວ ໄດ້ເຂົ້າຢ້ຽມ ທ່ານ ພົນ ເອກ ໂງ ຊວນ
ລິກ, ອະດີດກຳມະການກົມການເມືອງ, ອະດີດຮອງເລຂາຄະນະພັກການທະຫານສູນກາງ, ອະດີດລັດຖະມົນຕີກະຊວງປ້ອງກັນປະເທດ.


ພາບ​ບັນຍາກາດ​ການພົບ​ປະ​ຕ້ອນຮັບ.

     ທ່ານ ພົນ​ເອກ ຈັນສະໝອນ ຈັນຍາລາດ ໄດ້ແຈ້ງໃຫ້ ທ່ານ ພົນເອກ ໂງ ຊວນ ລິກ ຊາບກ່ຽວກັບບາງສະພາບການຢູ່ລາວ, ແຜນການເຄື່ອນໄຫວຂອງ
ຄະນະຜູ້ແທນຂັ້ນສູງຂອງລັດຖະບານລາວ ຢູ່ ຫວຽດນາມ ກໍ່ຄືໝາກຜົນການຮ່ວມມືດ້ານວຽກ​ງານປ້ອງກັນຊາດ ຂອງ​ທັງ​ສອງ​ຝ່າຍລະຫວ່າງ 2 ປະເທດ ​ໄລ
ຍະ​​ເມື່ອ​ບໍ່​ດົນ​ຜ່ານ​ມາ​ນີ້. ທ່ານພົນ​ເອກ ຈັນສະໝອນ ຈັນຍາລາດ ຂອບອົກຂອບໃຈພັກ, ລັດ, ລັດຖະບານ ແລະ ກະຊວງປ້ອງກັນປະເທດ ຫວຽດນາມ ທີ່
ໄດ້ໃຫ້ການສະໜັບສະໜູນລາວ ຢ່າງທັນການ ໃນການປ້ອງກັນ ແລະ ຄວບຄຸມພະຍາດໂຄວິດ-19. ​ເນື່ອງ​ໃນ​ໂອກາດ​ປີ​ໃໝ່ສາກົນ 2022 ​ແລະ ​​ໂອກາດ
​ບຸນ​ປີ​ໃໝ່ຫວຽດນາມ​ທີ່​ຈະ​ມາ​ເຖິງນີ້, ທ່ານ​ພົນ​ເອກ ຈັນ​ສະໝອນ ຈັນ​ຍາ​ລາດ ​ໄດ້​ອວຍພອນ​ ໃຫ້​ ທ່ານພົນ​ເອກ ​ໂງ ຊວນ ​ລິກ ພ້ອມ​ດ້ວຍ​ຄອບຄົວ​ຈົ່ງ​ມີ​
ສຸຂະພາບ​ເຂັ້ມ​ແຂງ ​ແລະ ມີ​ຄວາມ​ຜາ​ສຸກ.


ພົນເອກ ໂງ ຊວນ ລິກ ແລະ ພົນເອກ ຈັນສະໝອນ ຈັນຍາລາດ.

     ທ່ານ ພົນເອກ ໂງ ຊວນ ລິກ ສະແດງຄວາມປິຕິຊົມຊື່ນຕໍ່ການພົວພັນຮ່ວມມືດ້ານວຽກ​ງານປ້ອງກັນຊາດລະຫວ່າງສອງປະເທດ ນັບມື້ນັບພັດທະນາ
ເຂົ້າສູ່ລວງເລິກ, ແທດຈິງ, ​ເຊິ່ງແມ່ນໜຶ່ງໃນບັນດາເສົາຄ້ຳທີ່ສຳຄັນໃນການພົວພັນ ລາວ​-ຫວຽດນາມ. ທ່ານ ພົນເອກ ໂງຊວນລິກ ​ໄດ້ຕີລາຄາສູງຕໍ່ກອງ
ທັບປະຊາຊົນລາວ ແລະ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ບໍ່​ວ່າຍາມໃດກໍ່​ໄດ້ເອົາໃຈໃສ່ຊຸກຍູ້ການພົວພັນຮ່ວມມືດ້ານວຽກ​ງານປ້ອງກັນຊາດ ລະ
ຫວ່າງສອງປະເທດ; ພ້ອມ​ກັນ​ນັ້ນ​ເຊື່ອ​ໝັ້ນ​ວ່າ, ບໍ່​ວ່າ​ຈະ​ປະສົບ​ກັບ​ຄວາມ​ຫຍຸ້ງຍາກ​ປານ​ໃດກໍ່ຕາມ, ການ​ຮັດ​ແໜ້ນ​ຄວາມ​ສາມັກຄີ​ແບບ​ພິ​ເສດ​ລະຫວ່າງ
​ສອງ​ພັກ, ສອງ​ລັດ, ສອງ​ກອງທັບ ​ແລະ ປະຊາຊົນ​ສອງ​ປະ​ເທດ​ຈະ​ສືບ​ຕໍ່​ໄດ້​ຮັບ​ໝາກຜົນ; ການ​ຮ່ວມ​ມື​ດ້ານວຽກ​ງານ​ປ້ອງ​ກັນຊາດ​ຂອງ​ທັງສອງ​ຝ່າຍ​ຈະ​ນັບ
​ມື້​ນັບ​ຮັດ​ແໜ້ນ​ຢ່າງ​ແທ້​ຈິງ ແລະ ມີ​ປະ​ສິດ​ທິ​ຜົນ.


ທ່ານ ພົນເອກ ໂງ ຊວນ ລິກ ແລະ ທ່ານ ພົນ​ເອກ ຈັນສະໝອນ ຈັນຍາລາດ ໄດ້ຖ່າຍຮູບທີ່ລະນຶກກັບບັນດາຜູ້ແທນ

     ເນື່ອງໃນໂອກາດປີໃໝ່ 2022, ທ່ານ ພົນເອກ ໂງ ຊວນ ລິກ ໄດ້ອວຍພອນ ໃຫ້ ພົນເອກ ຈັນສະໝອນ ຈັນຍາລາດ ພ້ອມ​ດ້ວຍຄອບຄົວ ແລະ ຝາກ
​ຄຳ​ຢ້ຽມຢາມ​ຖາມ​ຂ່າ​ວຜ່ານ ທ່ານ ພົນເອກ ຈັນສະໝອນ ຈັນຍາລາດ ສົ່ງຄຳອວຍພອນ ມາຍັງບັນດາສະຫາຍການນຳ ແລະ ອະດີດການນຳກະຊວງປ້ອງກັນ
ປະເທດ ລາວ ​ຈົ່ງ​ມີສຸຂະພາບ ເຂັ້ມແຂງ ມີຄວາມຜາສຸກ.

ແຫຼ່ງທີ່ມາ: ຮົ່ງ​ຟາ - ຫງວຽນ​ບັງ
ວັນທີ 18/01/2022