ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ມາເລເຊຍ ຊຸກຍູ້​ປະຊາ​ຄົມ​ອາຊຽນ​ ເຊື່ອມ​ຕໍ່​ເຕັກນິກດີຈີຕອນ


     ສຳນັກຂ່າວ ບີບີຊີ ລາຍງານໃນ ວັນທີ 16 ທັນວາ ນີ້ໂດຍອ້າງຕາມກະຊວງສື່ສານ ມາເລເຊຍ ໃຫ້ຮູ້ວ່າ: ມາເລເຊຍຈະຮັບບົດບາດເປັນປະເທດເຈົ້າ
ພາບຈັດກອງປະຊຸມລັດຖະມົນຕີ ເຕັກນິກດີຈີຕອນ ອາຊຽນ (ADGMIN1) ຄັ້ງທຳອິດ ເຊິ່ງຈະຈັດຂຶ້ນຕາມຮູບການທາງອອນລາຍນັບແຕ່ ວັນທີ 21-22
ມັງກອນ 2021. ເຊິ່ງຫົວຂໍ້ຂອງກອງປະຊຸມ ADGMIN1 ຄັ້ງນີ້ແມ່ນ “ອາຊຽນ: ປະຊາຄົມເຊື່ອມຕໍ່ເຕັກນິກດີຈີຕອນ”.

     ດ້ວຍຫົວຂໍ້ດັ່ງກ່າວ, ADG­MIN1 ໃຫ້ຮູ້ວ່າ: ຈະພະຍາຍາມຍູ້ແຮງການຮ່ວມມືລະຫວ່າງບັນດາປະເທດ ອາຊຽນ ມຸ່ງໄປສູ່ການສ້າງລະບົບເສດຖະກິດ
ເຕັກນິກດີຈີຕອນຄືດັ່ງເສົາຄ້ຳ ໃນແຜນການພັດທະນາໃນໄລຍະຫຼັງພະຍາດລະບາດ ໂຄວິດ-19. ຈຸດສຸມຂອງກອງປະຊຸມດັ່ງກ່າວ ແມ່ນຄວາມສຳຄັນຂອງ
ລັກສະນະເປັນໃຈກາງ ແລະ ຄວາມເປັນເອກະພາບ ໃນບັນດາຄວາມມານະພະຍາຍາມ ເພື່ອແນໃສ່ພັດທະນາປະຊາຄົມອາຊຽນ ໃນບັນດາຂົງເຂດຄວາມ
ໝັ້ນຄົງທາງເຄືອຂ່າຍອິນເຕີເນັດ, ປ້ອງກັນຂໍ້ມູນຂ່າວສານ, ຂໍ້ມູນສ່ວນຕົວ, ເຕັກໂນໂລຊີ 5G ແລະ ຊຸກຍູ້ການປ່ຽນແປງໃໝ່, ກ້າວໜ້າພ້ອມກັບການຄ້າ
ເອເລັກໂຕຼນິກ.

     ການຈັດກອງປະຊຸມໃນຄັ້ງນີ້ ກໍແມ່ນການພົວພັນຮ່ວມມືກັບບັນດາຄູ່ຮ່ວມມືຂອງອາຊຽນ ເຊິ່ງລວມມີ ຍີ່ປຸ່ນ, ຈີນ, ສະຫະພາບເອີຣົບ, ອາເມຣິກາ,
ສ.ເກົາຫຼີ ແລະ ອິນເດຍ ໃນການຊຸກຍູ້ບັນດານະໂຍບາຍເຕັກໂນໂລຊີຂໍ້ມູນຂ່າວສານ ແລະ ການສື່ສານ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ຄົ້ນຫາ
ແລະ ຂຸດຄົ້ນບັນດາເຕັກໂນໂລຊີໃໝ່, ຍົກສູງກຳລັງຄວາມສາມາດຮັບມືກັບໄພນາບຂູ່ໃນເຄືອຂ່າຍອິນເຕີເນັດ.