ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ນາຍົກລັດຖະມົນຕີ ອັງກິດ ກຽມ​ເຂົ້າ​ພິທີ​ສາບານ​ຕົນ ​ເພື່ອ​ຮັບ​ຕຳ​ແໜ່ງອີກໜຶ່ງສະ​ໄໝ


     ສໍານັກຂ່າວ AFP ລາຍງານ ເມື່ອວັນທີ 16 ທັນວາ ນີ້ວ່າ: ທ່ານ ບໍຣິດ ຈໍຫັນສັນ ນາຍົກລັດຖະມົນຕີ ຂອງ ອັງກິດ ກຽມເຂົ້າພິທີສາບານຕົນເຂົ້າຮັບຕໍາແໜ່ງອີກໜຶ່ງ
ສະໄໝ. ກ່ອນທີ່ສົມເດັດພະຣາຊິນີ ອາລີຊາເບດ ທີ 2 ຈະເຂົ້າຮ່ວມເປີດການປະຊຸມສະພາໃນວັນທີ 19 ທັນວາ ນີ້ ຫຼັງຈາກທີ່ພັກອະນຸລັກນິຍົມໄດ້ຮັບໄຊຊະນະໃນການ
ເລືອກຕັ້ງຄັ້ງໃຫຍ່ທີ່ສຸດໃນຮອບກວ່າ 30 ປີ ໃນການເລືອກຕັ້ງທົ່ວໄປເມື່ອວັນທີ 12 ທັນວາ ທີ່ຜ່ານມາ.

     ທ່ານ ບໍຣິດ ຈໍຫັນສັນ ນາຍົກລັດຖະມົນຕີ ອັງກິດ ອາຍຸ 55 ປີ ຈະຢ້ຽມຢາມທາງພາກເໜືອ ແລະ ຄາດວ່າຈະປະກາດປັບຄະນະລັດຖະມົນຕີຊຸດນ້ອຍຢ່າງໄວທີ່ສຸດແລ້ວ
ຈະເລີ່ມຕົ້ນຂະບວນການເຂົ້າພິທີສາບານຕົນຮັບຕໍາແໜ່ງ. ບໍຣິດ ຈໍຫັນສັນ ສະແດງຄວາມຫວັງວ່າ: ໄຊຊະນະຂອງພັກອະນຸລັກນິຍົມຈະປິດສາກການໂຕ້ຖຽງເລື່ອງທີ່ອັງກິດ
ຈະອອກຈາກສະຫະພາບ ເອີຣົບ ຫຼື ເບຊິກ ເພື່ອເລີ່ມຕົ້ນປັບປຸງປະເທດ ແລະ ຈະນໍາຮ່າງກົດໝາຍຂໍ້ຕົກລົງຖອນໂຕອອກຈາກ ເອີຣົບ ເຂົ້າສູ່ສະພາອີກຄັ້ງໜຶ່ງກ່ອນວັນຄຣິດສະ
ມາດ. ເພື່ອໃຫ້ ອັງກິດ ໄດ້ອອກຈາກສະຫະພາບ ເອີຣົບພາຍໃນ ວັນທີ 31 ມັງກອນ ນີ້.

     ພັກອະນຸລັກນິຍົມຊະນະການເລືອກຕັ້ງສະມາຊິກສະພາ 365 ບ່ອນນັ່ງຈາກທັງໝົດ 650 ບ່ອນນັ່ງໄດ້ສຽງສ່ວນຫຼາຍເກີນກວ່າເຄິ່ງໜຶ່ງ ຄື 326 ບ່ອນນັ່ງ. ໂດຍສະມາ
ຊິກສະພາເພີ່ມຂຶ້ນ 47 ບ່ອນ ນັ່ງ ຈາກການເລືອກຕັ້ງປີ 2017 ແລະ ຖືເປັນໄຊຊະນະຄັ້ງໃຫຍ່ທີ່ສຸດໃນການເລືອກຕັ້ງຂອງພັກ.