ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກຸ່ມ ອີ​ແອັດຊ໌ ( IS ) ​ໂຈມ​ຕີ​ກອງ​ບັນຊາ​ການ​ສຳນັກງານ​ຕຳຫຼວດຂອງ ຊີ​ຣີ


     ສຳນັກຂ່າວ ອາຈາຊີຣາ ລາຍງານໃນວັນທີ 15 ຕຸລາ 2019 ນີ້ວ່າ: ຄົນຮ້າຍໄດ້ບຸກເຂົ້າໄປ ໂຈມຕີກອງບັນຊາການຕຳຫຼວດ ໃນໃຈກາງນະຄອນຫຼວງ ດາມັດສະກັດ
ຂອງ ຊີຣີ ເຮັດໃຫ້ມີຄົນບາດເຈັບ 16 ຄົນ ແລະ ເສຍຊີວິດ ອີກ 12 ຄົນ. ຕາມການລາຍງານຂອງໂທລະພາບ ຊີຣີ ໄດ້ຮູ້ຕື່ມອີກວ່າ: ຄົນຮ້າຍໄດ້ເຂົ້າມາແບບກະທັນຫັນ
ແລະ ຍັງພະຍາຍາມທີ່ຈະເຂົ້າໄປທຳລາຍສຳນັກງານ ໃຫຍ່ຂອງກອງບັນຊາການຕຳຫຼວດ, ແຕ່ໄດ້ປະທະກັບເຈົ້າໜ້າທີ່ຕຳຫຼວດເຫດການນີ້ແມ່ນເກີດຂຶ້ນໃນວັນຈັນທີ່ຜ່ານ
ມາ. ນອກຈາກນີ້ ກຸ່ມດັ່ງກ່າວຍັງວາງລະເບີດຕາມຖະໜົນສາຍຫຼັກອີກ 2 ຈຸດ,ແຕ່ບໍ່ມີລາຍງານເຖິງຄວາມເສຍຫາຍທາງຊັບສິນ ແລະ ຊີວິດ.

     ເວລາຕໍ່ມາ ກຸ່ມ ອີ​ແອັດຊ໌ ( IS ) ກໍອອກມາສະແດງຄວາມຮັບຜິດຊອບຕໍ່ເຫດການທີ່ເກີດຂຶ້ນທັງໝົດ. ໜ່ວຍງານສັງເກດການດ້ານມະນຸດສະທຳໃນຊີຣີໄດ້ລະບຸວ່າ:
ໃນປີນີ້ຖືວ່າເປັນອີກປີໜຶ່ງທີ່ ຊີຣີ ຜະເຊີນກັບເຫດການຮຸນແຮງຢ່າງໜັກ, ເນື່ອງຈາກມີຜູ້ເສຍຊີວິດທັງໝົດ 3.000 ຄົນ ຈາກການກໍ່ການຮ້າຍໃນນັ້ນ 1955 ຄົນ ເປັນພົນ
ລະເຮືອນ ແລະ ຫຼ້າສຸດນີ້ຍັງມີປະເທດ ຕ໋ວກກີ ເຂົ້າມາໂຈມຕີກຸ່ມກະບົດ ຊາວເຄີດ ໃນພາກເໜືອຂອງ ຊີຣີ ຍິ່ງເຮັດໃຫ້ສະຖານະການຮ້າຍແຮງໄປກວ່າເກົ່າ.