ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຄົນ​ຮ້າຍ​ຍິງ​ລູກ​ຈະຫຼວດສອງ​ລູກ​ ໃສ່​ກາງ​ເມືອງ ​ໃນ ອິດສະຣາແອນ ຫຼາຍຄົນ​ໄດ້​ຮັບ​ບາດ​ເຈັບ


ເກີດ​ເຫດ​ຄົນ​ຮ້າຍ​ຍິງ​ຈະຫຼວດສອງ​ລູກ​ໃສ່​ກາງ​ເມືອງ​ໃນ ອິດສະຣາ​ແອນ

     ສຳນັກຂ່າວ ຊິນຮ່ວາ ໃຫ້ຮູ້ເມື່ອວັນທີ 16 ກັນຍານີ້ວ່າ: ອີງຕາມການລາຍງານຂອງສື່ມວນຊົນ ອິດສະຣາແອນ, ໄດ້ມີການຍິງລູກຈະຫຼວດສອງລູກ ຈາກເຂດກາຊາ
ເຂົ້າໄປໃນ ອາດອດ ແລະ ອາກີລອນ ຂອງອິດສະຣາແອນ ໃນຄໍ່າຄືນວັນທີ 15 ກັນຍາ, ເຮັດໃຫ້ພົນລະເຮືອນ 13 ຄົນບາດເຈັບ.

     ອົງການສຸກເສີນຂອງ ອິດສະຣາແອນ ໃຫ້ຮູ້ວ່າ: ລູກຈະຫຼວດ ໄດ້ຕົກຢູ່ໃກ້ກັບສູນການຄ້າແຫ່ງໜຶ່ງໃນເມືອງ ອາກີລອນ, ເຊິ່ງກໍ່ໃຫ້ເກີດຄວາມເສຍຫາຍຕໍ່ຮ້ານຂາຍ
ເຄື່ອງ ແລະ ພາຫະນະຢ່າງຫຼວງຫຼາຍ, ສວ່ນອີກລູກໜຶ່ງ ໄດ້ໄປຕົກໃສ່ກາງເມືອງ ອາດອດ ເຮັດໃຫ້ປະຊາຊົນບໍລິເວນອ້ອມຂ້າງຫຼາຍຄົນໄດ້ຮັບບາດເຈັບ.

     ກອງກຳລັງປ້ອງກັນປະເທດ ອິິສະຣາແອນ ໄດ້ຢືນຢັນວ່າ: ຈະຫຼວດສອງລູກ ທີ່ຍິງຈາກເຂດ ກາຊາເຂົ້າໄປໃນເມືອງ ອາດອດ ແລະ ອາກີລອນ ໃນຄືນນັ້ນແມ່ນໜຶ່ງໃນ
ລະບົບປ້ອງກັນ ໄອຣອນໂດມ ທ່ານ ການຊາ ຮອງລັດຖະມົນຕີກະຊວງປ້ອງກັນປະເທດ ອິດສະຣາແອນ ໄດ້ຈັດກອງປະຊຸມປຶກສາຫາລືຄວາມປອດໄພສຸກເສີນໃນມື້ຕໍ່ມາ.

     ອີງຕາມການລາຍງານຂອງສື່ມວນຊົນ ອິດສະຣາແອນ, ການກໍ່ເຫດຄັ້ງນີ້ແມ່ນກົງກັບມື້ເຊັນສັນຍາການພົວພັນການທູດລະຫວ່າງ ອິດສະຣາແອນ, ສະຫະນະຄອນ ອາ
ຣັບເອມີເຣດ ແລະ ບາເຣນ ທີ່ທຳນຽບຂາວປະເທດ ສະຫະລັດ. ຄາດວ່າການກໍ່ການຮ້າຍຄັ້ງນີ້ອາດມີສ່ວນກ່ຽວຂ້ອງກັບລັດຖະບານໃນການເຊັນສັນຍາດັ່ງກ່າວ.