ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຣັດ​ເຊຍ ​ເຫັນ​ດີ​ໃຫ້ ອາ​ເມຣິກາ ​ແລະ ກຸ່ມ​ ຕາ​ລີ​ບັນ ຟື້ນ​ຟູ​ການ​ເຈລະຈາ​ຄຶນ​​ໃໝ່


     ສໍານັກຂ່າວ ທາດສ ລາຍງານໃນວັນທີ 16 ກັນຍາ 2019 ນີ້ວ່າ: ກະຊວງການຕ່າງປະເທດຂອງ ຣັດເຊຍ ຖະແຫຼງວ່າ: ວັນທີ 13 ກັນຍາ ທີ່ຜ່ານມາ, ຢູ່ທີ່ນະຄອນ
ຫຼວງ ມົດສະກູ ເຈົ້າໜ້າທີ່ການທູດ ຣັດເຊຍ ໄດ້ຕ້ອນຮັບຄະນະຜູ້ແທນກຸ່ມ ຕາລີບັນ ທີ່ມາຈາກ ອາຟການິດສະຖານ. ໂດຍກຸ່ມ ຕາລີບັນ ມີຈຸດປະສົງທີ່ຈະເຂົ້າແລກປ່ຽນ
ແນວຄວາມຄິດ ແລະ ທິດຊີ້ນຳຈາກ ຣັດເຊຍເຊິ່ງ ຣັດເຊຍ ຢືນຢັນວ່າ ອາເມຣິກາ ແລະ ກຸ່ມ ຕາລີບັນ ມີຄວາມຈຳເປັນຕ້ອງຟື້ນຟູການເຈລະຈາກັນຄືນໃໝ່. ຜູ້ຕາງໜ້າກຸ່ມ
ຕາລີບັນ ຢືນຢັນວ່າກຸ່ມ ຕາລີບັນ ກຽມພ້ອມຈະສືບຕໍ່ເຈລະຈາກັບ ອາເມຣິກາ. ສ່ວນລາຍລະອຽດກ່ຽວກັບຂໍ້ມູນອື່ນໆບໍ່ມີການເປີດເຜີຍ.

     ນັບແຕ່ເດືອນ ຕຸລາ ປີ 2018 ເປັນຕົ້ນມາ, ລັດຖະບານ ອາເມຣິກາ ເລີ່ມຈັດການເຈລະຈາສັນ ຕິພາບກັບກຸ່ມ ຕາລີບັນ ຢູ່ນະຄອນຫຼວງ ໂດຮາ ປະເທດ ກາຕາ ເຊິ່ງ
ການເຈລະຈາໄດ້ດຳເນີນມາ 9 ຮອບແລ້ວ ແລະ ຮອບຫຼ້າສຸດ ກໍໄດ້ສິ້ນສຸດລົງໃນວັນທີ 1 ກັນຍາ ທີ່ຜ່ານມາ. ໂດຍສອງຝ່າຍສາມາດບັນລຸສັນຍາສະບັບຮ່າງ. ແຕ່ວ່າປະ
ທານາທິບໍດີອາເມຣິກາໄດ້ຖະແຫຼງຕໍ່ສື່ມວນຊົນຢູ່ທຳ ນຽບຂາວໃນວັນທີ 9 ກັນຍາທີ່ ຜ່ານມາວ່າ: ການເຈລະຈາສັນ ຕິພາບລະຫວ່າງ ອາເມຣິກາ ກັບ ກຸ່ມ ຕາລີບັນ ໃນ
ອາຟການິດສະຖານ ບໍ່ປະສົບຜົນສຳເລັດ. ທ່ານ ໄມ ປົມເປໂອ ລັດຖະມົນຕີກະຊວງການຕ່າງປະເທດ ອາເມຣິກາ ໄດ້ຢືນຢັນຕໍ່ສື່ມວນຊົນວ່າ: ເບິ່ງສະພາບໃນປັດຈຸບັນແລ້ວ
ເຫັນວ່າການເຈລະຈາລະຫວ່າງ ອາເມຣິກາ ກັບກຸ່ມ ຕາລີບັນ ໃນ ອາຟການິດສະຖານ ໄດ້ຢຸດຕິ ແລ້ວ ຫວັງວ່າຈະສາມາດຈັດຄືນໃໝ່ໃນຕໍ່ໜ້າ.