ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ຕາ​ລີ​ບັນ ສືບຕໍ່ກໍ່ຄວາມ​ບໍ່ສະຫງົບ​ໃນ ອາ​ຟກາ​ນິດ​ສະຖານ

     ສຳນັກຂ່າວ ອານຈາຊີຣາ ລາຍງານໃນວັນທີ 16 ກໍລະກົດ 2019 ນີ້ວ່າ: ເຈົ້າໜ້າທີ່ຕຳຫຼວດອາຟການິດສະຖານກ່າວວ່າ: ໄດ້ເກີດເຫດລະເບີດຢູ່ທີ່ຖະໜົນສາຍຫຼັກ
ທາງທິດໃຕ້ຂອງ ແຂວງ ກັນດາຮາ ເປັນເຫດໃຫ້ມີຜູ້ເສຍຊີວິດແລ້ວ 11 ຄົນ ແລະ ບາດເຈັບອີກ 35 ຄົນ.

     ເຫດການດັ່ງກ່າວເກີດຂຶ້ນ ໃນຕອນບ່າຍຂອງວັນຈັນ ທີ່ຜ່ານມາ. ເຊິ່ງຄົນຮ້າຍໄດ້ລອບ ວາງລະເບີດໃສ່ໃຈກາງຖະໜົນໃນເມືອງ ຄາເກຣັກ ແຂວງ ກັນດາຮາ ແລະ ຈຸດ
ທີ່ເກີດເຫດຍັງໃກ້ກັບສໍານັກງານທະຫານເມືອງດັ່ງກ່າວອີກດ້ວຍ ແລະ ຢູ່ດ້ານໜ້າຍັງມີດ່ານກວດກາຂອງເຈົ້າໜ້າທີ່ຕຳຫຼວດ, ເປັນເຫດໃຫ້ມີລົດຕິດໂດຍຄົນຮ້າຍໄດ້ອາໄສ
ຊ່ວງດັ່ງກ່າວຈູດສະນວນລະເບີດ ແລະ ເອົາຕົວລົບໜີໄປ.

     ພາຍຫຼັງເກີດເຫດ, ທາງໜ່ວຍງານທີ່ກ່ຽວຂ້ອງໄດ້ເຂົ້າມາຊ່ວຍເຫຼືອ ແລະ ພົບຜູ້ເສຍຊີວິດແລ້ວ 11 ຄົນ, ບາດເຈັບ 35 ຄົນ, ໃນນີ້ມີເດັກນ້ອຍ 8 ຄົນ, ເຊິ່ງທັງໝົດ
ໄດ້ຖືກນຳຕົວສົ່ງໂຮງໝໍທີ່ໃກ້ຄຽງ. ຫຼ້າສຸດ ກຸ່ມ ຕາລີບັນ ໄດ້ອອກມາສະແດງຄວາມຮັບຜິດຊອບຕໍ່ເຫດການທີ່ເກີດຂຶ້ນ ໂດຍອ້າງເຫດຜົນວ່າ: ກຸ່ມຕົນມີເຈດຕະນາດີທີ່ເຂົ້າ
ຮ່ວມການເຈລະຈາກັບ ສະຫະລັດ, ແຕ່ຕ້ອງມາເສຍເວລາເພາະຄຳເວົ້າຂອງຝ່າຍກົງກັນຂ້າມທີ່ບໍ່ຮັບເງື່ອນໄຂຂອງຝ່າຍຕົນໄດ້, ສະນັ້ນ ນີ້ເປັນການຕອບໂຕ້ຝ່າຍລັດຖະ
ບານທີ່ບໍ່ແກ້ໄຂບັນຫາດ້ວຍຕົນເອງມັກແຕ່ອາໄສສະຫະລັດ.