ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ເລຂາທິການ​ໃຫ່ຍປະທານ​ປະ​ເທດ​ ຫວຽດນາມ ກ່າວ​ອວຍພອນ​ປີ​ໃໝ່​ແດ່​ປວງ​ຊົນ​ທັງ​ຊາດ


ສະຫາຍ ຫງວຽນ ຟູ ຈ໋ອງ ເລຂາທິການ​ໃຫ່ຍ ປະທານ​ປະ​ເທດ​ ຫວຽດນາມ

     ເນື່ອງໃນໂອກາດປີໃໝ່ ຫວຽດນາມ 2021, ສະຫາຍ ຫງວຽນ ຟູ ຈ໋ອງ ໄດ້ກ່າວອວຍພອນຜ່ານສື່ມວນຊົນ ເຖິງທົ່ວປວງຊົນຊາວ ຫວຽດນາມ
ທີ່ຢູ່ທັງພາຍໃນ ແລະ ຕ່າງປະເທດ.

     ເຊິ່ງໃນຄໍາອວຍພອນປີໃໝ່ບາງຕອນໄດ້ກ່າວວ່າ: “ ພີ່ນ້ອງ ຮ່ວມຊາດທີ່ຮັກແພງທັງຫຼາຍລະດູການໃໝ່ ປີ 2021 ກຳລັງເບັ່ງບານໃນທົ່ວປະເທດ
ຫວຽດນາມ ທີ່ແສນຮັກຂອງພວກເຮົາ ເນື່ອງໃນໂອກາດປີໃໝ່ ນີ້, ຂ້າພະເຈົ້າຂໍຕາງໜ້າໃຫ້ການນຳພັກ, ລັດ, ຂໍອວຍພອນໄຊອັນປະເສີດເຖິງບັນດາພີ່
ນ້ອງຮ່ວມຊາດທັງພາຍໃນ ແລະ ຕ່າງປະເທດທຸກທົ່ວໜ້າ, ຂ້າພະເຈົ້າຂໍສະແດງຄວາມປາຖະໜາດີໄປຍັງເພື່ອນມິດຂອງ 5 ທະວີບ, ປະຊາຊົນທຸກປະເທດ
ໃນຄວາມປາຖະໜາຢາກມີສັນຕິພາບ, ມິດຕະພາບ, ການຮ່ວມມື, ກ້າວໜ້າ ແລະ ພັດທະນາ.

     ປີ 2020 ຜ່ານໄປດ້ວຍເຫດການທີ່ສຳຄັນ ແລະ ໜ້າຈົດຈໍາຫຼາຍຢ່າງ, ໂດຍສະເພາະແມ່ນກອງປະຊຸມໃຫຍ່ຜູ້ແທນທົ່ວປະເທດຄັ້ງທີ XIII ຂອງ ພັກ
ຄອມມູນິດ ຫວຽດນາມ ໄດ້ສິ້ນສຸດລົງດ້ວຍຜົນສໍາເລັດອັນຈົບງາມ ແລະ ສະຫງ່າຜ່າເຜີຍ. ໃນປີທີ່ຜ່ານມາ,ທົ່ວພັກ, ທົ່ວປວງຊົນ ແລະ ທົ່ວກອງທັບໄດ້
ເຊີດຊູນໍ້າໃຈຮັກຊາດ, ຄວາມຕັດສິນໃຈ, ຄວາມກ້າຫານ, ຄວາມສາມັກຄີ, ຄວາມຄິດສ້າງສັນ, ສູ້ຊົນເພື່ອບັນລຸຜົນສຳເລັດທີ່ສຳຄັນຫຼາຍຢ່າງ, ຮອບດ້ານ,
ເປັນຂີດໝາຍຫຼາຍຢ່າງທີ່ໂດດເດັ່ນເປັນຕົ້ນແມ່ນ: ເສດຖະກິດສືບຕໍ່ພັດທະນາ, ສະຖຽນລະພາບທາງດ້ານສັງຄົມ ແລະ ການເມືອງ, ຄວາມໝັ້ນຄົງ ແລະ
ການປ້ອງກັນປະເທດ ໄດ້ມີຄວາມ ຮັບປະກັນ, ວຽກງານການຕ່າງປະເທດ ແລະ ການຮ່ວມມືສາກົນໄດ້ຮັບການເຊີດຊູ ແລະ ເຮັດໃຫ້ເລິກເຊິ່ງກວ່າເກົ່າ,
ຮັກສາສະພາບແວດລ້ອມທີ່ສະຫງົບສຸກ ແລະ ໝັ້ນຄົງເພື່ອການພັດທະນາປະເທດຊາດ. ເຕົ້າໂຮມ ແລະ ຍົກສູງຄວາມເຊື່ອໝັ້ນຂອງປະຊາຊົນ “ຕໍ່ພັກ, ລັດ
ແລະ ລະບອບສັງຄົມນິຍົມ. ຈຸດເດັ່ນແມ່ນການປ້ອງກັນ ແລະ ຕ້ານການລະບາດຂອງພະຍາດ Covid-19 ຢ່າງມີປະສິດທິຜົນ, ສຸມໃສ່ການພັດທະນາ
ເສດຖະກິດ-ສັງຄົມ, ປະກອບສ່ວນເພີ່ມທະວີຄວາມເຊື່ອໝັ້ນ ແລະ ຄວາມພາກພູມໃຈຕໍ່ປະເທດຊາດ ແລະ ຕີລາຄາສູງຈາກ ປະເທດເພື່ອນມິດສາກົນ.