ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ລັດຖະມົນ​ຕິ​ກະຊວງ​ປ້ອງ​ກັນ​ປະ​ເທດ ຣັດ​ເຊຍ ​
ໃຫ້​ຂໍ້​ສັງ​ເກດ​ວ່າການ​ພົວພັນ​ກັບ ນາ​ໂຕ ນັບ​ມື້​ນັບ​ຮ້າຍ​ແຮງ​ຂຶ້ນ


     ສຳນັກຂ່າວ ທາດສ໌ ລາຍງານ ໃນວັນທີ 13 ທັນວາ ນີ້ວ່າ: ທ່ານ ເຊີກີ ໂຊຍກູ ລັດຖະມົນຕີກະຊວງປ້ອງກັນປະເທດ ຣັດເຊຍ ໃຫ້ຂໍ້ສັງເກດວ່າການພົວພັນລະຫວ່າງ
ມົດສະກູ ແລະ ອົງການສົນທິສັນຍາອັດລັງຕິກເໜືອ ນາໂຕ ບໍ່ພຽງແຕ່ຢຸດສະງັກເທົ່ານັ້ນ ຫາກຍັງນັບມື້ນັບຮ້າຍແຮງຂຶ້ນ ອີກດ້ວຍ.

     ເມື່ອໃຫ້ຄຳວິພາກຜ່ານຊ່ອງ ໂທລະພາບ “Rossiya-1” ກ່ຽວກັບການພົວພັນໃນປັດຈຸບັນລະຫວ່າງ ມົດສະກູ ແລະ NATO, ທ່ານລັດຖະມົນຕີກະຊວງປ້ອງກັນປະ
ເທດ ຣັດເຊຍ ໃຫ້ຮູ້ວ່າປະ ມານ 5 ປີກ່ອນນີ້, ຣັດເຊຍ ມີຜູ້ຕາງໜ້າຢູ່ ນາໂຕ. ເຖິງຢ່າງໃດກໍຕາມ ມາຮອດປັດຈຸບັນນັບມື້ນັບມີຫຼາຍປະເທດຄູ່ຮ່ວມມືຂອງ ຣັດເຊຍ ຢູ່ ນາໂຕ
ຖອນຕົວອອກຈາກ ບັນດາຂໍ້ຕົກລົງ. ສະນັ້ນ ຂົງເຂດຄວາມໝັ້ນຄົງນັບມື້ນັບຖືກຮັດແຄບລົງ.

     ການພົວພັນລະຫວ່າງ ຣັດເຊຍ- ນາໂຕ ຍິ່ງຮ້າຍແຮງຂຶ້ນຢ່າງວ່ອງໄວນັບແຕ່ປີ 2014 ເຊິ່ງ ກ່ຽວຂ້ອງເຖິງເລື່ອງແຫຼມ ຄຣີມີ ເຂົ້າດິນແດນ ຣັດເຊຍ ແລະ ການປະທະກັນ
ຢູ່ພາກຕາເວັນອອກ ອູແກຣນ, ຕາມນັ້ນແລ້ວ ຝ່າຍຕາເວັນຕົກຈັດວາງບັນດາຄຳສັ່ງລົງໂທດດ້ານເສດຖະກິດ ແນໃສ່ມົດສະກູ.