ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ບໍ່ຄຳ​ຖະຫຼົ່ມ​ໃນ ກົງ​ໂກ ​ເຮັດ​ໃຫ້​ມີ​ຜູ້​ເສຍ​ຊີວິດ​ຢ່າງໜ້ອຍ 50 ຄົນ


ເກີດ​ເຫດ​ບໍ່ຄຳ​ຖະຫຼົ່ມ​ໃນ ກົງ​ໂກ

     ສໍານັກຂ່າວ ບີບີຊີ ລາຍງານເມື່ອວັນທີ 15 ກັນຍາ ນີ້ວ່າ: ໜ່ວຍກູ້ໄພພ້ອມດ້ວຍເຈົ້າໜ້າທີ່ ກ່ຽວຂ້ອງໄດ້ເລັ່ງເຂົ້າຂຸດຊາກຫັກພັງເພື່ອຄົ້ນຫາຜູ້ສູນຫາຍ ແລະ ຊ່ວຍ
ເຫຼືອຜູ້ປະສົບໄພ ຫຼັງຈາກບໍ່ຄໍາຖະຫຼົ່ມໃນສາທາລະນະລັດ ກົງໂກ ເຊິ່ງໄດ້ເຮັດໃຫ້ມີຜູ້ເສຍຊີວິດຢ່າງໜ້ອຍປະມານ 50 ຄົນ.

     ອີງຕາມເຈົ້າໜ້າທີ່ທ້ອງຖິ່ນລະບຸວ່າ: ຝົນໄດ້ຕົກລົງມາຢ່າງໜັກຕໍ່ເນື່ອງຈົນສົ່ງຜົນໃຫ້ບໍ່ຄໍາທີ່ຕັ້ງຢູ່ໃນເຂດພາກຕາເວັນອອກຂອງປະເທດ ກົງໂກ ຖະຫຼົ່ມ, ເຊິ່ງຜູ້ທີ່ເສຍ
ຊີວິດສ່ວນຫຼາຍເປັນກຳມະກອນທີ່ມີອາຍຸນ້ອຍ ນອກນັ້ນທາງການຍັງໄດ້ອອກມາຮຽກຮ້ອງ ໃຫ້ປະຊາຊົນຮ່ວມໄຫວ້ອາໄລແກ່ຜູ້ເສຍຊີວິດ ໃນເຫດການ ດັ່ງກ່າວເປັນເວລາ
2 ວັນ.

     ທ່ານ ຄາມິ ຕູກາ ຜູ້ປົກຄອງ ເຂດດັ່ງກ່າວອອກມາກ່າວສະແດງຄວາມເສຍໃຈຕໍ່ເຫດການທີ່ເກີດຂຶ້ນ ພ້ອມທັງລະບຸວ່າ: ຍັງບໍ່ມີລາຍງານທີ່ຊັດເຈນກ່ຽວກັບຈໍານວນ
ຜູ້ເສຍຊີວິດຈາກເຫດການດັ່ງກ່າວ ກົງໂກ ເປັນປະເທດທີ່ມີບໍ່ແຮ່ຫຼາຍຢ່າງເຊັ່ນ: ກົ່ວ, ເພັດ, ທອງແດງ ແລະ ຄໍາ..ແຕ່ປະຊາກອນພາຍໃນປະເທດຍັງຄົງຢູ່ໃນກຸ່ມປະເທດ ກໍາ
ລັງພັດທະນາຫຼັງຈາກເກີດຄວາມຂັດແຍ່ງພາຍໃນປະເທດຫຼາຍປີຕິດຕໍ່ກັນຂະນະທີ່ອຸບັດຕິເຫດໃນອຸດສາຫະກໍາບໍ່ແຮ່ໃນ ກົງໂກ ມັກເກີດຂຶ້ນເລື້ອຍໆ ເນື່ອງຈາກມາດຖານ
ຄວາມປອດໄພຍັງບໍ່ມີຄຸນນະພາບດີປານໃດ.